ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫຼັງ​ປີ 2025 ຢ່າງຕັ້ງ​ໜ້າ

(VOVWORLD) -ຕອນເຊົ້າວັນທີ 2 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM – 54) ຖືກໄຂຂຶ້ນແບບທາງໄກ, ເປີດສາກໃຫ້ແກ່ການເຄື່ອນໄຫວປະຊຸມ ດ້ວຍຫຼາຍກວ່າ 20 ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ຂອງ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດ ອາຊຽນ + 1, ອາຊຽນ + 3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF) ໃນລະຫວ່າງວັນທີ 2 ຫາວັນທີ 6 ສິງຫາ.
ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫຼັງ​ປີ 2025 ຢ່າງຕັ້ງ​ໜ້າ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: ກະຊວງການຕ່າງປະເທດ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແບ່ງປັນກ່ຽວກັບຄວາມໝາຍ, ຄວາມຈຳເປັນຂອງວັກຊິນກັນພະຍາດໂຄວິດ - 19, ພ້ອມທັງສະເໜີໃຫ້ ອາຊຽນ ຈົ່ງຍາດແຍ່ງບັນດາກາລະໂອກາດຮ່ວມມືກັບຄູ່ຮ່ວມມືຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນການຊື້ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊີນ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວິວັດທະນາການສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025; ພ້ອມທັງ, ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຊອງບັນດາປະເທດຕໍ່ຂໍ້ລິເລີ່ມຈັດຕັ້ງ ເວທີປາໄສຮ່ວມມືອະນຸພາກພື້ນ ໃນທ້າຍປີນີ້.

ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫຼັງ​ປີ 2025 ຢ່າງຕັ້ງ​ໜ້າ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 2 ສິງຫາ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມບັນດາກອງປະຊຸມ ສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC), ສະມັດຊາປະສານງານ ອາຊຽນ, ຄະນະກຳມະການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ນຳໃຊ້ອາວຸດນິວເຄຼຍ (SEANWFZ) ແລະ ວາລະໂອ້ລົມສົນທະນາກັບຜູ້ຕາງໜ້າ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບບັນຫາມະນຸດສະທຳ (AICHR).

ຕອບກັບ

ຂ່າວ/ບົດ​ອື່ນ