ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນອາ​ຊຽນ-ຈີນ ພັດ​ທະ​ນາ​ຖືກ​ຕ້ອງ​ຕາມ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຖືວ່າ ອາຊຽນ ແລະ ຈີນ ຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຍູ້ແຮງການຮ່ວມມືຮອບດ້ານ, ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ...
ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນອາ​ຊຽນ-ຈີນ ພັດ​ທະ​ນາ​ຖືກ​ຕ້ອງ​ຕາມ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1

 ກອງປະຊຸມຈັດຂຶ້ນແບບທາງໄກ (ພາບ: VOV)

ຕອນເຊົ້າວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ພ້ອມກັບບັນດາການນຳອາຊຽນ ແລະ ທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິງຜິງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫລອງ 30 ປີແຫ່ງການພົວພັນເຈລະຈາ ອາຊຽນ-ຈີນ ແບບທາງໄກ (1991-2021).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຖືວ່າ ອາຊຽນ ແລະ ຈີນ ຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຍູ້ແຮງການຮ່ວມມືຮອບດ້ານ, ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ໂດຍສະເພາະແມ່ນຢູ່ທະເລຕາເວັນອອກ. ຕ້ອງພ້ອມກັນມານະພະຍາຍາມກ່ວາອີກ ປະຕິບັດຢ່າງຄົບຖ້ວນ ຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ ຢ່າງມີປະສິດທິພາບ, ປະສິດທະຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ມານະພະຍາຍາມ ເພີ່ມພູນຄູນສ້າງການພົວພັນອາຊຽນ-ຈີນ ພັດທະນາຖືກຕ້ອງຕາມລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມທະວີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື, ການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໂລກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ແຕ່ລະປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ