ຫວຽດ​ນາມ ສວມ​ບົດ​ບາດ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ວຽກ​ງານ​ຂອງ IAEA

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮັບຮູ້ການຮ່ວມມືຂອງ IAEA ແລະ ບັນດາສະມາຊິກສະພາຜູ້ວ່າການ IAEA ໃນໄລຍະ ຫວຽດນາມ ດຳລົງບົດບາດເປັນສະມາຊິກສະພາ ອາຍຸການ 2021 – 2023.
ຫວຽດ​ນາມ ສວມ​ບົດ​ບາດ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ວຽກ​ງານ​ຂອງ IAEA - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  VOV)

ໃນລະຫວ່າງວັນທີ 8 – 9 ພະຈິກ, ຢູ່ສຳນັກງານ ສປຊ ທີ່ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດ ກອງປະຊຸມປຶກສາຫາລື ກ່ຽວກັບບົດລາຍງານປະຈຳປີ ຂອງອົງການພະລັງງານປະລະມານູສາກົນ (IAEA) ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ ສປຊ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮັບຮູ້ການຮ່ວມມືຂອງ IAEA ແລະ ບັນດາສະມາຊິກສະພາຜູ້ວ່າການ IAEA ໃນໄລຍະ ຫວຽດນາມ ດຳລົງບົດບາດເປັນສະມາຊິກສະພາ ອາຍຸການ 2021 – 2023; ເນັ້ນໜັກເຖິງບົດບາດນຳໜ້າຂອງ IAEA ໃນການໜູນຊ່ວຍບັນດາປະເທດ ໃນນັ້ນມີ ຫວຽດນາມ ໃນຂົງເຂດຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ພ້ອມກັບບັນດາຄູ່ຮ່ວມມື ພວມພັດທະນາລະບົບຄຸ້ມຄອງຂໍ້ມູນ ຫວຽດນາມ (VIMS) ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາຮາກຖານນິວເຄຼຍ ໃນການສົ່ງບົດລາຍງານທາງໄກ, ປະກອບສ່ວນຫັນການປະຕິບັດລະບຽບການກວດສອບ ແລະ ສ້າງບົດລາຍງານ ເປັນງ່າຍດາຍກ່ວາ. ໃນຂົງເຂດເຕັກໂນໂລຢີພະລັງງານນິວເຄຼຍ ຫາກໍ່ພົ້ນເດັ່ນຂຶ້ນ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນວິທີການເຂົ້າເຖິງຢ່າງລະມັດລະວັງ ແລະ ຕາມແຕ່ລະຂັ້ນຕອນ ໃນຂອບເຂດຂອງ IAEA ຕໍ່ການຄົ້ນຄ້ວາ, ພັດທະນາ, ອະນຸຍາດ, ຄຸ້ມຄອງ ແລະ ເຄື່ອນໄຫວໂຮງງານຜະລິດໄຟຟ້ານິວເຄຼຍ ຜ່ານການປຶກສາຫາລືກັບບັນດາປະເທດທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຄືນໃໝ່ ໃນການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນວຽກງານຂອງ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ