ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຝ​ລັ່ງ

(VOVWORLD) - ຕອນເຊົ້າວັນທີ 8 ທັນວາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gerard Larcher ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.
ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຝ​ລັ່ງ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ໃນການພົບປະສົນທະນາພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານຖືວ່າ ສອງຝ່າຍສາມາດເພີ່ມທະວີການຮ່ວມມືຫຼາຍກວ່າອີກໃນບັນດາຂົງເຂດພັດທະນາແບບຍືນຍົງ, ພະລັງງານ, ສາທາລະນະສຸກ, ການຄົ້ນຄວ້າ, ແບ່ງປັນບົດຮຽນປະສົບການໃນວຽກງານສ້າງກົດໝາຍ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສະພາແຫ່ງຊາດສອງປະເທດ ໄດ້ມີການສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຕ້ອງສົມທົບກັນຫຼາຍກວ່າອີກໃນເວທີປາໄສຫຼາຍຝ່າຍຄື ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສຄູ່ຮ່ວມມືລັດຖະສະພາ ອາຊີ - ເອີຣົບ (ASEP), ສະຫະພັນລັດຖະສະພາ ຝລັ່ງໂກໂຟນີ (APF), ໃນນັ້ນ ມີເນື້ອໃນຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ກ່ຽວກັບການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຫວັງວ່າ ສອງຝ່າຍຈະຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຮ່ວມມື, ແບ່ງປັນກ່ຽວກັບວິຊາສະເພາະລະຫວ່າງສອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນກັບ ຝລັ່ງ ເປັນສຳຄັນ. ຫວຽດນາມ ຢາກເຮັດໃຫ້ສາຍພົວພັນນີ້ໃນທຸກຊ່ອງທາງຢ່າງເລິກເຊິ່ງ, ແທດຈິງກວ່າ.

“ປີ 2023 ແມ່ນປີພິເສດໃນການພົວພັນລະຫວ່າງສອງປະເທດ. ພວກເຮົາຈະພ້ອມກັນສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈການເມືອງຂອງການນຳສອງປະເທດ ແລະຄວາມມານະພະຍາຍາມຂອງປະຊາຊົນ ຝລັ່ງ ແລະ ຫວຽດນາມ, ພວກເຮົາຈະນຳການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງກວ່າ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດສະແດງໃຫ້ເຫັນອາລົມຈິດອັນດີງາມ ແລະ ຈິດໃຈຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ພັດທະນາໃນພາກພື້ນ ແລະໃນໂລກ”

        ສ່ວນທ່ານປະທານສະພາສູງ ຝລັ່ງ Gerard Larcher ຢັ້ງຢືນວ່າ ຫວຽດນາມ ສວມບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຝລັ່ງໃນທຸກຂົງເຂດ: ການເມືອງ, ການຕ່າງປະເທດ, ເສດຖະກິດ. ຕາມທ່ານແລ້ວ, ດ້ານພະລັງງານແມ່ນເນື້ອໃນເຊິ່ງສອງປະເທດສາມາດເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນປະສົບການ.   

ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຝ​ລັ່ງ - ảnh 2ພິທີໄຂ ເລີ່ມດຳເນີນເຫດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ (ພາບ: VOV)

ພາຍຫຼັງການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາສູງ ຝລັ່ງ Gerard Larcher ເປັນປະທານຮ່ວມພິທີໄຂ ເລີ່ມດຳເນີນເຫດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ (12/4/1973 - 12/4/2023).

Le Tuyet, Quy Duc, Phuong Anh

ຕອບກັບ

ຂ່າວ/ບົດ​ອື່ນ