ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

(VOVWORLD) - ວັນທີ 23 ກັນຍາ, ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ ມີບົດຮຽນໃຫ້ຂໍ້ສັງເກດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ ເຮັດໃຫ້ການດຳລົງຊີວິດຢູ່ ຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. 
ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ - ảnh 1 ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

  ABC ຖືວ່າ: ໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ. ວິທີຮັບມືຂອງ ຫວຽດນາມ ສຳລັບໂລກລະບາດໂຄວິດ-19 ຄັ້ງທຳອິດ ໄດ້ສະແດງໃຫ້ເຫັນການໂຄສະນາໂດຍໄວ, ກ້ວາງຂວາງ; ນຳຜູ້ຖືກສົງໄສຕິດເຊື້ອປະຕິບັດການແຍກຕົວ ແລະ ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ-ອັດດັງ… ເຊິ່ງໄດ້ປະຕິບັດຢ່າງວ່ອງໄວ ແລະ ໄດ້ຈັດຕັ້ງມີແບບມີແຜນ, ເຮັດໃຫ້ໂລກລະບາດຖືກຄວບຄຸມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ