ຫວຽດ​ນາມ - ສະ​ວິດ​ສືບ​ຕໍ່​ເຮັດ​ໃຫ້​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນເລິກ​ເຊິ່ງກ່​ວາ​ອີກ, ຊຸ້ກ​ຍູ້​ການ​ຮ່ວມ​ມື​ໃຫ້​ແກ່​ໄລ​ຍະຫຼັງ​ໂຄວິດ - 19.

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ, ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis  ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫ່ວາງວັນທີ 4 - 6 ສິງຫາ 2021.

ຫວຽດ​ນາມ - ສະ​ວິດ​ສືບ​ຕໍ່​ເຮັດ​ໃຫ້​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນເລິກ​ເຊິ່ງກ່​ວາ​ອີກ, ຊຸ້ກ​ຍູ້​ການ​ຮ່ວມ​ມື​ໃຫ້​ແກ່​ໄລ​ຍະຫຼັງ​ໂຄວິດ - 19. - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis (ພາບ: baoquocte.vn)

ຕອນເຊົ້າວັນທີ 5 ສິງຫາ, ທີ່ການເຈລະຈາຢູ່ ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ບຸຍແທັງເຊີນ  ແລະ ທ່ານ Ignazio Cassis ໄດ້ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ສະວິດ ພວມພັດທະນາອັນດີງາມໃນຫຼາຍຂົງເຂດ.

ເພື່ອສືບຕໍ່ພັດທະນາກ່ວາການພົວພັນສອງຝ່າຍ ໃຫ້ສົມກັບກຳລັງຄວາມສາມາດຂອງສອງລັດ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜ່ານນັ້ນເຮັດໃຫ້ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນເລິກເຊິ່ງກ່ວາອີກ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງໃຫ້ແກ່ໄລຍະຫຼັງໂລກລະບາດໂຄວິດ - 19

ສອງຝ່າຍສືບຕໍ່ຢັ້ງຢືນແຜນນະໂຍບາຍສ້າງສະພາບແວດລ້ອມແຫ່ງສັນຕິພາບໃຫ້ແກ່ປະຊາຄົມວິສາຫະກິດສອງປະເທດເປີດກວ້າງການຮ່ວມມື, ລົງທຶນ, ດຳເນີນທຸລະກິດ ຢູ່ຕະຫຼາດຂອງກັນ, ແບ່ງປັນຄວາມມານະພະຍາຍາມສິ້ນສຸດການເຈລະຈາສັນຍາການຄ້າ ເສລີລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA) ໂດຍໄວ…

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນກໍ່ສະເໜີ ລັດຖະບານ ສະວິດສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະວິດ ເຊື່ອມຕົວໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ສະວິດ, ກໍ່ຄືເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ