ຫວຽດນາມ ສະຫນັບສະຫນູນ ແລະ ພ້ອມແລ້ວແບ່ງປັນບົດຮຽນເຂົ້າຮ່ວມ CPTPP ກັບອັງກິດ

(VOVWORLD) -ຫວຽດນາມພ້ອມແລ້ວແບ່ງປັນບົດຮຽນກ່ຽວກັບການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ CPTPP ກັບອັງກິດ ເມື່ອປະເທດນີ້ ຢາກເຂົ້າຮ່ວມສັນຍາດັ່ງກ່າວ.
ຫວຽດນາມ ສະຫນັບສະຫນູນ ແລະ ພ້ອມແລ້ວແບ່ງປັນບົດຮຽນເຂົ້າຮ່ວມ CPTPP ກັບອັງກິດ - ảnh 1ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
ພາບ:vietnam+

ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 4 ກຸມພາ ຕາມຮູບການທາງອອນລາຍ, ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມພ້ອມແລ້ວແບ່ງປັນບົດຮຽນກ່ຽວກັບການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ CPTPP ກັບອັງກິດ ເມື່ອປະເທດນີ້ ຢາກເຂົ້າຮ່ວມສັນຍາດັ່ງກ່າວ.

“CPTPP ແມ່ນສັນຍາການຄ້າເສລີລຸ້ນໃຫມ່ ສະແດງໃຫ້ເຫັນຄວາມຕັດສິນໃຈການຮ່ວມມືຢ່າງແຮງຂອງບັນດາປະເທດໃນພາກພື້ນ. ບັນດາປະເທດສະມາຊິກ ໄດ້ເປັນເອກະພາບຂັ້ນຕອນເຂົ້າຮ່ວມ, ບັນດາພື້ນຖານເສດຖະກິດອື່ນຢາກເຂົ້າຮ່ວມຕ້ອງຕອບສະຫນອງຂັ້ນຕອນນີ້. ອັງກິດ ແມ່ນຄູ່ຮ່ວມມືສຳຄັນຂອງບັນດາປະເທດສະມາຊິກ CPTPP, ໃນນັ້ນ ມີຫວຽດນາມ. ຫວຽດນາມ ສະຫນັບສະຫນູນ ອັງກິດ ແລະ ພ້ອມແລ້ວແບ່ງປັນບົດຮຽນປຶກສາຫາລື CPTPP ກັບອັງກິດ”

ຕອບກັບ

ຂ່າວ/ບົດ​ອື່ນ