ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​​ການ​ພ​ົວ​ພັນ​​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ

(VOVWORLD) - ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.
ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​​ການ​ພ​ົວ​ພັນ​​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ - ảnh 1ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ກະຊວງປ້ອງກັນປະເທດສອງປະເທດ  ຍັງຮັກສາສາຍພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານໄດ້ເປັນຢ່າງດີ, ສຸມໃສ່ບັນດາຂົງເຂດຄື ແລກປ່ຽນ, ສົນທະນາແບບທາງໄປ; ບຳລຸງສ້າງ, ຮ່ວມມືດ້ານເຕັກນິກການທະຫານ…

        ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ຈັດສົ່ງຄະນະໄປເຂົ້າຮ່ວມງານມະຫາກຳກິລາການທະຫານສາກົນ (Army Games) 2021 ແລະ ເວທີປາໄສ ເຕັກນິກການທະຫານ Army – 2021 ຢູ່ ສະຫະພັນ ລັດເຊຍ, ຈັດສົ່ງກຳປັ່ນຮົບ 2 ລຳ ເຂົ້າຮ່ວມພິທີສວນສະໜາມ ກ່ຳປັນຮົບ ຢູ່ ນະຄອນ Vladivostok; ພ້ອມທັງສືບຕໍໍ່ຊຸກຍູ້ຄວາມກຳລັງຄວາມສາມາດໃນການສົມທົບກັນສ້າງຜະລິດຕະພັນ ນອນໃນ “ຊຸດເອກະສານ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ”.

        ສ່ວນທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເພື່ອພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໃນນັ້ນ ມີສາຍພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ