ຫວຽດນາມ - ສະຫະພັນ ລັດເຊຍແລກປ່ຽນຈົດໝາຍອວຍພອນ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ

ຫວຽດນາມ - ສະຫະພັນ ລັດເຊຍແລກປ່ຽນຈົດໝາຍອວຍພອນ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ - ảnh 1
(ພາບປະກອບ)

(vovworld) – ​ເນື່ອງ​ໃນໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ສະຫະພັນ​ລັດ​ເຊຍ (30/01/1950 – 30/01/2015), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ແລກປ່ຽນຈົດໝາຍ​ອວຍພອນກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin, ທ່ານ​ນາຍົກລັດຖະມົນຕີ Dmitry Medvedev, ທ່ານ​ປະທານສະພາ​ສະຫະພັນສະພາ​​ແຫ່ງ​ຊາດ​ລັດ​ເຊຍ Valentina Ivannovna Matviyenko, ທ່ານປະທານດູ​ມາແຫ່ງ​ຊາດລັດ​ເຊຍ Sergegy Yevgenyevich Naryshkin.

   ​ໃນ​ຈົດໝາຍ, ບັນດາ​ການ​ນຳ​ຫວຽດນາມ ຢືນຢັນ​ວ່າ ນັບ​ແຕ່​ຕົ້ນ​ສະຕະວັດ​ທີ 20, ການ​ພົວພັນ​ມິດຕະພາບລະຫວ່າງ 2 ປະ​ເທດໄດ້​ຮັບ​ການ​ຫຼໍ່​ຫຼອມ, ຜ່ານ​ການທົດ​ຊອບ​ນາໆ​ປະການ​ຂອງ​ປະຫວັດສາດ, ຢືນຢັນພະລັງ​ຊີວິດຢ່າງ​ແຮງ​ກ້າ ​ແລະ ນັບ​ມື້​ນັບ​ພັດທະນາ. ນີ້ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າເຊິ່ງ 2 ຊາດ​ໄດ້​ພ້ອມ​ກັນ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ໃນ​ຕະຫຼອດ 65 ປີຜ່ານມາ. ຍາ​ມ​ໃດປະຊາຊົນ​ຫວຽດນາມ ກໍ່​ນັບຖື, ຈົດ​ຈຳ ​ແລະ ຮູ້​ບຸນ​ຄຸນ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ການ​ທະຫານ​ເຊິ່ງລັດ​ເຊຍ ​​ໄດ້ສະຫງວນ​ໃຫ້​ຫວຽດນາມ ​ໃນ​ຊຸມ​ເດືອນ​ປີສົງຄາມລຳບາກທີ່​ສຸດ ເພື່ອຍາດ​ເອົາ​ເອກະລາດ ​ແລະ ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ກໍ່​ຄື​ໃນ​ພາລະ​ກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​​ໃນ​ປະຈຸ​ບັນ.

        ​ໃນ​ຈົດໝາຍ​ອວຍພອນ​ທີ່​ສົ່ງ​ເຖິງ​ການ​ນຳ​ຫວຽດນາມ, ບັນດາ​ການ​ນຳ​ສະຫະພັນ​ລັດ​ເຊຍ ​ເນັ້ນ​ໜັກພ້ອມ​ແລ້ວ​ທີ່​ຈະຕັ້ງໜ້າ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່​ລະຫວ່າງ 2 ປະ​ເທດ ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ, ອຸດສາຫະກຳ, ພະລັງງານ… ​ເລື່ອງ​ລົງ​ນາມ​​ໃນສັນຍາ​ການ​ຄ້າ​ເສລີ​ລະຫວ່າງພັນທະ​ມິດເສດຖະກິດ​ອາຊີ - ​ເອີ​ລົບ ​ແລະ ສສ. ຫວຽດນາມ ຈະ​ເປີດ​ບັນດາກາລະ​ໂອກາດ, ​ແງ່​ຫວັງ​ຢ່າງ​ໃຫຍ່​ຫຼວງໃຫ້​ແກ່​ການ​ປັບປຸງ​ບັນດາ​ການ​ພົວພັນ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ