ຫວຽດນາມ ສະເຫຼີມສະຫຼອງ 67 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ

ຫວຽດນາມ ສະເຫຼີມສະຫຼອງ 67 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ - ảnh 1
​ຄຳຮຽກຮ້ອງ​​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ
(ພາບປະກອບ)


(vovworld) - ກ່ອນ​ນີ້ 67 ປີ, ຕໍ່ໜ້າ​ສະພາບ​ທີ່​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຊອກ​ຫາ​ທຸກ​ວິທີ​ເພື່ອ​ປະຕິບັດ​ອຸບາຍຮຸກ​ຮານ​ຫວຽດນາມ. ວັນ​ທີ 18 – 19/12/1946, ກອງ​ປະຊຸມ​ເປີດ​ກວ້າງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ​ຢູ່ ຫວ້ານ​ຟຸ໋ກ, ຮ່າ​ດົງ (ປະຈຸ​ບັນ​ຂຶ້ນ​ກັບ​ນະຄອນ​ຮ່າ​ໂນ້ຍ) ຕັດສິນ​ໃຈ​ປຸກລະດົມຂະ​ບວນ​ການ​ຕໍ່ຕ້ານທົ່ວ​ປະ​ເທດ ​ແລະ ຊີ້​ອອກ​ແນວທາງ​ຕໍ່​ສູ້ອັນ​ຍາວ​ນານ. ວັນ​ທີ 19/12/1946, ປະທານ​​ໂຮ່ຈິ​ມິນ ​ໄດ້​ອອກ​ຄຳ​ຮຽກຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ. ຕອບສະໜອງ​ຄຳຮຽກຮ້ອງກູ້​ຊາດ​ຂອງ​ປະທານ​ໂຮ່ຈິ​ມິນ, ປະຊາຊົນ​ທົ່ວ​ປະ​ເທດ​ພ້ອມ​ກັນ​ລຸກ​ຂຶ້ນຕໍ່ສູ້​ຕ້ານ​ສັດຕູກູ້​ຊາດ, ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ຊາດ​.

        ຄຳ​ຮຽກຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານຂອງ​ປະທານ​​ໂຮ່ຈິ​ມິນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຊີ້​ນຳ​ນຳພາ​ຢ່າງ​ປີ​ຊາ​ສາມາດ, ສະຫຼາດ​ສະຫຼຽວ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ, ​ໃກ້ຊິດ​ກັບ​ສະພາບ​ຕົວ​ຈິງ, ກຳ​​ແໜ້ນ​ກາລະ​ໂອກາດ, ​ເລືອກ​​​ເຟັນແນວ​ໂຮມ​ຕົ້ນ​ຕໍ່... ສ້າງ​ເປັນທ່າ​ຮົບ​ໃໝ່​ໃຫ້​ແນວ​ໂຮມ​ຮ່າ​ໂນ້ຍ ມີ​ເງື່ອນ​ໄຂຮັບ​ມື​ກັບ​ສັດຕູ​ເປັນ​ເວລາ 2 ​ເດືອນ, ​ເພື່ອ​ໃຫ້​ທົ່ວ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລຍະ​ຕໍ່ຕ້ານ​ອັນ​ຍາວ​ນານ.

        67 ປີ​ໄດ້ຜ່ານ​ໄປ​ແລ້ວ ​ແຕ່​ຄຳ “ຮຽກຮ້ອງ​​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ” ຍັງ​ຄົງ​ຮັກສາ​​ໄວ້​ຄື​ເກົ່າ, ນັ້ນ​ແມ່ນ​ຄຸນ​ຄ່າ​ຂອງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​​ໄຊຊະນະ, ​ແມ່ນ​ສະຕິ​ອັນ​ເລີກ​ເຊິ່ງຄຸມ​ຄ່າ​ເອກະລາດ​ແຫ່ງ​ຊາດ ຕິດ​ພັນ​ກັບ​ລັດທິ​ສັງຄົມ​.

ຂ່າວ/ບົດ​ອື່ນ