ຫວຽດ​ນາມ ສະ​ເໜີ G20 ໜູນ​ຊ່ວຍ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລຢີ ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

(VOVWORLD) -ໃນຂອບເຂດກອງປະຊຸມສຸດຍອດ G20 ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ, ຕອນກາງຄືນວັນທີ 22 ພະຈິກ (ຕາມເວລາ ຫວຽດນາມ) ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປຶກສາຫາລືຄັ້ງທີ 2 ດ້ວຍຫົວຂໍ້ “ສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ”.
ຫວຽດ​ນາມ ສະ​ເໜີ G20 ໜູນ​ຊ່ວຍ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລຢີ ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມ. ສິ່ງດັ່ງກ່າວ ພຽງແຕ່ບັນລຸໄດ້ໃນຂະນະທີ່ການພົວພັນສາກົນໄດ້ຮັບການຮັກສາ ຜ່ານລະບົບຫຼາຍຝ່າຍ ໂດຍອີງໃສ່ລະບຽບກົດໝາຍ, ບັນດາປະເທດພ້ອມກັນເຄົາລົບ, ຮັບຮູ້, ເຈລະຈາ, ຮ່ວມມື ແລະ ໄວ້ເນືຶ້ອເຊື່ອໄວເຊິ່ງກັນແລະກັນ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ G20, ສປຊ ແລະ ບັນດາກົນໄກຫຼາຍຝ່າຍ ເສີມຂະຫຍາຍບົດບາດໃນການແກ້ໄຂບັນດາບັນຫາຂອງທົ່ວໂລກໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ເພື່ອປະຕິບັດສຳເລັດເປົ້າໝາຍຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ (SDG) ຮອດປີ 2030, ຄຳໝັ້ນສັນຍາ ປາຣີ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນ, ບັນດາປະເທດຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດສະຫຼັບກັບໂຄງການພັດທະນາຂອງແຕ່ລະປະເທດ. ຫວັງວ່າ ບັນດາປະເທດ G20 ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຢີສູງໃຫ້ແກ່ບັນດາປະເທດພວມພັດທະນາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການເຂົ້າຮ່ວມລະບົບສະໜອງທົ່ວໂລກ, ສຳຜັດກັບຕະຫຼາດ ແລະ ບັນດາແຫຼ່ງທຶນກູ້ຢືມບຸລິມະສິດ, ພ້ອມທັງຍູ້ແຮງການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດສິ່ງແວດລ້ອມ”.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ປາຣີ, ຈະມານະພະຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວອອກຮອດປີ 2030 ລົງ 9% ດ້ວຍແຫຼ່ງກຳລັງພາຍໃນ ແລະ ອາດຈະຫຼຸດລົງ 27% ເມື່ອມີບັນດາການໜູນຊ່ວຍຈາກກຳລັງສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ