ຫວຽດ​ນາມ ສະ​ເໜີ​ຊຸກ​ຍູ້ກ​ານ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ ອາ​ຊຽນ ແລະ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ທ່ານ Sergei Kiriyenko ຮອງຫົວໜ້າຫ້ອງການປະທານາທິບໍດີ ສະຫະພັນ ລັດເຊຍ ຜູ້ທີໜຶ່ງ, ປະທານຄະນະຈັດຕັ້ງ WYF – 2024 ໄດ້ພົບປະກັບບັນດາຜູ້ນຳຊາວໜຸ່ມທີ່ມາຈາກເກືອບ 120 ປະເທດ ແລະ ເຂດແຄ້ວນ.

ຕອນບ່າຍວັນທີ 8 ກໍລະກົດ, ໃນວັນສຸດທ້າຍຂອງກອງປະຊຸມໃຫຍ່ຄັ້ງທີ III ສະພາສາກົນຄະນະຜູ້ອຳນວຍການງານມະໂຫລານ ຊາວໜຸ່ມໂລກ (WYF), ຢູ່ Sochi, ທ່ານ Sergei Kiriyenko ຮອງຫົວໜ້າຫ້ອງການປະທານາທິບໍດີ ສະຫະພັນ ລັດເຊຍ ຜູ້ທີໜຶ່ງ, ປະທານຄະນະຈັດຕັ້ງ WYF – 2024 ໄດ້ພົບປະກັບບັນດາຜູ້ນຳຊາວໜຸ່ມທີ່ມາຈາກເກືອບ 120 ປະເທດ ແລະ ເຂດແຄ້ວນ. ນະທີ່ນີ້, ທ່ານນາງ ເລຮົ່ງຍູງ ຮອງຫົວໜ້າພະແນກພົວພັນສາກົນ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນຂອງ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະພັດທະນາການຮ່ວມມືສອງຝ່າຍໃນຂົງເຂດຊາວໜຸ່ມສາກົນ; ທ່ານນາງປາດຖະໜາຢາກໃຫ້ມີຫຼາຍການເຄື່ອນໄຫວເພື່ອສ້າງການເຊື່ອມຕໍ່, ຊຸກຍູ້ການພົບປະແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຊາວໜຸ່ມບັນດາປະເທດ ອາຊຽນ ແລະ ສະຫະພັນລັດເຊຍ. WYF – 2024 ໄດ້ຈັດຂຶ້ນຢູ່ ສະຫະພັນລັດເຊຍ, ໃນລະຫວ່າງວັນທີ 1 – 7 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມ 20.000 ຄົນ ໃນນັ້ນມີຊາວໜຸ່ມ ລັດເຊຍ 10.000 ຄົນ, ຈຳນວນທີ່ຍັງເຫຼືອແມ່ນມາຈາກບັນດາປະເທດ ແລະ ເຂດແຄ້ວນອື່ນ. ພາຍຫຼັງສິ້ນສຸດ ງານມະໂຫລານ, ທ່ານປະທານາທິບໍດີ Vladimir Putin ໄດ້ຕົກລົງຈັດ WYF ຢູ່ປະເທດນີ້ 6 ປີຕໍ່ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ