ຫວຽດ​ນາມ ສະ​ເໜີ​ບໍ​ລິ​ສັດ Pfizer ຮ່ວມ​ມື​ກັນ​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19

(VOVWORLD) -ຄະນະກຳມະການ ອາຊຽນ ປະຈຳ ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ຫາກໍເຮັດວຽກກັບທ່ານ Stephen Claeys - ຜູ້ອຳນວຍການຂັ້ນສູງກ່ຽວກັບນະໂຍບາຍການຄ້າຂອງPfizer, ກ່ຽວກັບການຮ່ວມມືລະຫວ່າງ Pfizer ກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. 

ເຂົ້າຮ່ວມການເຮັດວຽກຄັ້ງນີ້ ມີເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຂອງ 10 ປະເທດສະມາຊິກ ອາຊຽນ ປະຈຳ ອາເມລິກາ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຮ່າກິມງອັກ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ Pfizer ທີ່ມີຕໍ່ ຫວຽດນາມ, ສະເໜີບໍລິສັດ Pfizer ປະຕິບັດຄຳໝັ້ນສັນຍາກັບການນຳຂັ້ນສູງ ຫວຽດນາມ, ສະໜອງວັກຊິນກັນພະຍາດໂຄວິດ - 19 ຢ່າງຄົບຖ້ວນໃນປີ 2021 ແລະ ສືບຕໍ່ແລກປ່ຽນກັບອົງການຕ່າງໆຂອງ ຫວຽດນາມ ກ່ຽວກັບການສະໜອງວັກຊິນໃນປີ 2022.

        ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ກໍສະເໜີບໍລິສັດ Pfizer ຮ່ວມມືກັບ ຫວຽດນາມ ໃນການຜະລິດຢາປິ່ນປົວພະຍາດໂຄວິດ - 19 ແລະ ຊຸກຍູ້ການຜະລິດວັກຊິນນຳໃຊ້ສຳລັບເດັກຢ່າງມີປະສິດທິຜົນ ແລະ ປອດໄພ.

        ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມການເຮັດວຽກ ຄື ຟີລິບປິນ ແລະ ສິງກະໂປ ໄດ້ແບ່ງປັນທັດສະນະຂອງຫວຽດນາມ ກ່ຽວກັບເລື່ອງ ບໍລິສັດ Pfizer ຄວນກໍ່ສ້າງຮາກຖານຜະລິດຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ເຊິ່ງເປັນພາກພື້ນທີ່ພວມພັດທະນາຢ່າງວ່ອງໄວ ແລະ ຂະຫຍັນຂັນເຄື່ອນ. ທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາປະເທດ ອາຊຽນ ກໍສະເໜີວ່າ ຄວນມີການຮ່ວມມືລະຫວ່າງ ບໍລິສັດ Pfizer, ອາຊຽນ ແລະ ອາເມລິກາ ໃນການປ້ອງກັນ, ຕ້ານໂລກລະບາດ ແລະ ສະເໜີ Pfizer ສືບຕໍ່ຊ່ວຍເຫຼືອບັນດາປະເທດ ດຳລົງຊີວິດຢູ່ຮ່ວມກັບໂລກລະບາດ ແລະ ກະກຽມຮັບມືກັບໂລກລະບາດຕ່າງໆໃນອະນາຄົດ.

        ສ່ວນທ່ານ Stephen Claeys  ຮັບຮູ້ບັນດາຄຳເຫັນປະກອບຢ່າງຕັ້ງໜ້າຂອງບັນດາປະເທດ ອາຊຽນ, ພ້ອມທັງໃຫ້ຮູ້ວ່າ Pfizer ຈະປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ລົງນາມ, ໃນນັ້ນມີຄຳໝັ້ນສັນຍາກັບ ຫວຽດນາມ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ