ຫວຽດນາມ ສະເໜີສະໝັກເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນຄືນໃໝ່

(VOVWORLD) -ປີ 2016, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ ກາຍເປັນຊາວຫວຽດນາມ ຜູ້ທຳອິດທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນ.
ຫວຽດນາມ ສະເໜີສະໝັກເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນຄືນໃໝ່ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ
(ພາບ: TTXVN)

ຫວ່າງແລ້ວນີ້, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຢູ່ນິວຢອກ ແລະ ເຊີແນວ ໄດ້ສົ່ງຈົດໝາຍທາງການແຈ້ງໃຫ້ຊາບກ່ຽວກັບການສະໜັກເລືອກຕັ້ງຂອງທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ ເຂົ້າເປັນສະມາຊິກຄະນະກຳມະການກົດໝາຍສາກົນ ອາຍຸການ 2023 – 2027 ຕໍ່ສະຫະປະຊາຊາດ ແລະ ບັນດາປະເທດ, ເລີ່ມເຄື່ອນໄຫວບັ້ນຫາສຽງເລືອກຕັ້ງຂອງສະມາຊິກຫວຽດນາມ ເຂົ້າອົງການກົດໝາຍສຳຄັນຂອງສະຫະປະຊາຊາດ ຢ່າງເປັນທາງການ.

        ປີ 2016, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ ກາຍເປັນຊາວຫວຽດນາມ ຜູ້ທຳອິດທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນ. ນອກຈາກກັນດາການປະກອບສ່ວນທີ່ມີຄຸນຄ່າທາງດ້ານວິຊາສະເພາະແລ້ວ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ຍັງເສີມຂະຫຍາຍບົດບາດເຊື່ອມຕໍ່, ເພີ່ມພູນຄຸນສ້າງການພົວພັນລະຫວ່າງບັນດາສະມາຊິກຂອງ ILC ອີກດ້ວຍ. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈໃນການສະເໜີຊື່, ເຊິ່ງແມ່ນໜຶ່ງໃນຈຳນວນຜູ້ສະໝັກເລືອກຕັ້ງ 10 ທ່ານທີ່ຂຶ້ນກັບພາກພື້ນອາຊີ - ປາຊີຟິກ ເຂົ້າເປັນສະມາຊິກຄະນະກຳມະການກົດໝາຍສາກົນອາຍຸການ 2023 – 2027. ຄາດວ່າ, ການເລືອກຕັ້ງ ILC ຈະດຳເນີນໃນເດືອນ ພະຈິກ 2021 ຢູ່ນິວຢອກ, ປະເທດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ