ຫວຽດ​ນາມ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​​ສ້າງພື້ນ​ຖານສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດກອງປະຊຸມສາກົນຂອງ ທ່ານປະທານາທິບໍດີ Mahmoud Abbas ແລະ ທຸກຄວາມມານະພະຍາຍາມເພື່ອມຸ່ງໄປສູ່ພື້ນຖານສັນຕິພາບຢ່າງຮອບດ້ານ, ສະເໝີພາບ ແລະ ຍາວນານ ລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເຊິ່ງເໝາະສົມກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ. 
ຫວຽດ​ນາມ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​​ສ້າງພື້ນ​ຖານສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບສະພາບການຢູ່ ພາກຕາເວັນອອກກາງ

ວັນທີ 26 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ທີ່ປຶກສາດ້ານການພົວພັນຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າ ທີ່ມຸ່ງໄປເຖິງການດຳເນີນການເລືອກຕັ້ງຢູ່ ປາແລັດສະຕິນ ເຊິ່ງແມ່ນບາດກ້າວສຳຄັນໃຫ້ແກ່ຄວາມເປັນ ເອກະພາບ ແລະ ການປ່ອງດ່ອງ. ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດກອງປະຊຸມສາກົນຂອງ ທ່ານປະທານາທິບໍດີ Mahmoud Abbas ແລະ ທຸກຄວາມມານະພະຍາຍາມເພື່ອມຸ່ງໄປສູ່ພື້ນຖານສັນຕິພາບຢ່າງຮອບດ້ານ, ສະເໝີພາບ ແລະ ຍາວນານ ລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເຊິ່ງເໝາະສົມກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ. ຫວຽດນາມ ຢັ້ງຢືນວ່າ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ມີຄວາມຈຳເປັນພິເສດ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການເຄື່ອນໄຫວແບບລຳຟັງຝ່າຍດຽວ ທີ່ອາດຈະເຮັດໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈ. ທ່ານນາງ ຫງວຽນເຟືອງຈ່າ ໄດ້ສະແດງບັນດາບາດກ້າວ ຫວ່າງແລ້ວນີ້ຂອງລັດຖະບານ ເອຢິບ ເພື່ອແນໃສ່ຍົກເລີກການປິດລ້ອມເຂດ Gaza ແລະ ຮຽກຮ້ອງໃຫ້ ອິດສະລາແອັນປະຕິບັດບັນດາມາດຕະການທີ່ຄ້າຍຄືກັນ. ກ່ຽວກັບບັນຫາມະນຸດສະທຳ, ຫວຽດນາມ ສືບຕໍ່ສະແດງຄວາມວິຕົກກັງວົນ ກ່ຽວກັບ ສະພາບການຕົວຈິງໃມປັດຈຸບັນ ຢູ່ ປາແລັດສະຕິນ ແລະ ຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນສືບຕໍ່ບັນດາຄຳໝັ້ນສັນຍາໜູນຊ່ວຍ.

        ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ