ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ວ່າ​ດ້ວຍ​ການ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ

(VOVWORLD) - ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍ ທີ່ກ່ຽວຂ້ອງຈຶ່ງປະຕິບັດມະຕິຢ່າງທັນທີ ເພື່ອແນໃສ່ມຸ່ງໄປເຖິງຄຳສັ່ງຢຸດຍິງຍາວນານ ແລະ ຍືນຍົງຢູ່ເຂດນີ້, ຍູ້ແຮງການຊ່ວຍເຫຼືອດ້ານມະນຸດສະທຳ, ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ.
ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ວ່າ​ດ້ວຍ​ການ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: baochinhphu.vn)

ວັນທີ 27 ມີນາ, ໂດຍຕອບຄຳຖາມຂອງນັກຂ່າວ ທີ່ຖາມກ່ຽວກັບ ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາ ມະຕິເລກທີ 2728 ວ່າດ້ວຍການຢຸດຍິງຢູ່ເຂດກາຊາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ມະຕິເລກທີ 2728 ວ່າດ້ວຍການຢຸດຍິງຢູ່ເຂດກາຊາ ໂດຍສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາໃນວັນທີ 25 ມີນາ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍ ທີ່ກ່ຽວຂ້ອງຈຶ່ງປະຕິບັດມະຕິຢ່າງທັນທີ ເພື່ອແນໃສ່ມຸ່ງໄປເຖິງຄຳສັ່ງຢຸດຍິງຍາວນານ ແລະ ຍືນຍົງຢູ່ເຂດນີ້, ຍູ້ແຮງການຊ່ວຍເຫຼືອດ້ານມະນຸດສະທຳ, ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ.

ຫວຽດນາມສະໜັບສະໜູນທຸກຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການຊຸກຍູ້ໃຫ້ບັນດາຝ່າຍຈົ່ງລະງັບໃຈ, ເຂົ້າຮ່ວມການເຈລະຈາ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ບັນລຸມາດຕະການຢ່າງມີຄວາມສະເໝີພາບ, ສົມເຫດສົມຜົນ ແລະ ຍາວນານ ໃຫ້ແກ່ວິວັດການສັນຕິພາບ ພາກຕາເວັນອອກກາງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ