ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນກ່​ຽວ​ກັບ​ການ​ປະທະ​ກັນ​ລະ​ຫວ່າງ ອາແຊັກໄບຊານ ແລະ ອາກເມນີ

(VOVWORLD) -ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ການປະທະກັນ. ພວກຂ້າພະເຈົ້າສະໜັບສະໜູນບັນດາຄວາມມານະພະຍາຍາມເປັນກາງໃນການໄກ່ເກ່ຍຂອງກຸ່ມ Minsk-OSCE ແລະ ຮຽກຮ້ອງໃຫ້ບັນດາຝ່າຍຄວນອົດກັນ, ຢຸດຕິການເຮັດໃຫ້ສະພາບການເຄັງຕຶງປີນຂັ້ນໄດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ...
ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນກ່​ຽວ​ກັບ​ການ​ປະທະ​ກັນ​ລະ​ຫວ່າງ ອາແຊັກໄບຊານ ແລະ ອາກເມນີ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ  ຫວຽດນາມ (ພາບ:cand.com.vn ) 

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຂຶ້ນຕອນບ່າຍ ໃນວັນທີ 01 ຕຸລາ, ຢູ່ນະຄອນຫຼວງຮ່າໂນ້ຍ,ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງ ຫວຽດນາມ ຕໍ່ການປະທະກັນລະຫວ່າງ ອາແຊັກໄບຊານ ແລະ ອາກເມນີ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ  ຫວຽດນາມ ໃຫ້ຮູ້ວ່າ:

ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ການປະທະກັນ. ພວກຂ້າພະເຈົ້າສະໜັບສະໜູນບັນດາຄວາມມານະພະຍາຍາມເປັນກາງໃນການໄກ່ເກ່ຍຂອງກຸ່ມ Minsk-OSCE ແລະ ຮຽກຮ້ອງໃຫ້ບັນດາຝ່າຍຄວນອົດກັນ, ຢຸດຕິການເຮັດໃຫ້ສະພາບການເຄັງຕຶງປີນຂັ້ນໄດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ແກ້ໄຂການປະທະກັນໂດຍວັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນກໍ່ຄືໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ