ຫວຽດ​ນາມ​ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​​ປີນ​ຂັ້ນ​ໄດການ​ທະ​ຫານ​ຢູ່ ເຢ​ແມນ

(VOVWORLD) -ກ່ຽວກັບສະພາບການມະນຸດສະທຳຢູ່ ເອທີໂອເປຍ, ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮັບຮູ້ຄວາມານະພະຍາຍາມຂອງລັດຖະບານ ເອທີໂອເປຍ ໃນການສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ ຂອງຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ແລະ ບັນດາຄູ່ຮ່ວມມືຕ່າງໆ
ຫວຽດ​ນາມ​ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​​ປີນ​ຂັ້ນ​ໄດການ​ທະ​ຫານ​ຢູ່ ເຢ​ແມນ - ảnh 1ກອງປະຊຸມທາງອອນລາຍ, ປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ ແລະ ສະພາບການມະນຸດສະທຳຢູ່ ເອທີໂອເປຍ

ວັນທີ 15 ເມສາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ, ປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ ແລະ ສະພາບການມະນຸດສະທຳຢູ່ ເອທີໂອເປຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການປີນຂັ້ນໄດດ້ານການທະຫານ ແລະ ການບຸກໂຈມຕີຂ້າມຊາຍແດນຢູ່ບັນດາສະຖານທີ່ຢູ່ ເຢແມນ. ທ່ານກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິບັນດາການກະທຳທີ່ເປັນປໍລະປັກ, ເຊື່ອມຕໍ່ການເຈລະຈາຄືນໃໝ່ໂດຍໄວ, ບໍ່ບຸກໂຈມຕີເລັ່ງໃສ່ບັນດາພື້ນຖານໂຄງລ່າງພົນລະເຮືອນ, ບໍ່ກີດຂວາງບັນດາການເຄື່ອນໄຫວມະນຸດສະທຳ ແລະ ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ. ທ່ານກໍ່ຮຽກຮ້ອງໃຫ້ ປະຊາຄົມສາກົນຈົ່ງສືບຕໍ່ໜູນຊ່ວຍ ເຢແມນ ແລະ ຊຸກຍູ້ບັນດາຝ່າຍຍູ້ແຮງການປະຕິບັດສົນທິສັນຍາ Stockholm ແລະ ສົນທິສັນຍາ Riyadh ດ້ວຍບົດບາດເປັນກາງຂອງ ສະຫະປະຊາຊາດ

        ກ່ຽວກັບສະພາບການມະນຸດສະທຳຢູ່ ເອທີໂອເປຍ, ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮັບຮູ້ຄວາມານະພະຍາຍາມຂອງລັດຖະບານ ເອທີໂອເປຍ ໃນການສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ ຂອງຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ແລະ ບັນດາຄູ່ຮ່ວມມືຕ່າງໆ. ທ່ານດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາບົດລາຍງານທີ່ກ່ຽວຂ້ອງເຖິງເຫດເຂັ້ນຂ້າ ແລະ ໃຊ້ຄວາມຮຸນແຮງ, ໃນນັ້ນມີ ການໃຊ້ຄວາມຮຸນແຮງທາງເພດສຳພັນ ແລະ ໃຊ້ຄວາມຮຸນແຮງທາງເພດ, ກໍ່ຄືການທຳລາຍພື້ນຖານໂຄງລ່າງພົນລະເຮືອນ. ທ່ານ ເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ທຸກໆຝ່າຍຈົ່ງຢຸດຕິບັນດາການກະທຳທີ່ເປັນປໍລະປັກຢ່າງທັນການ, ປະຕິບັດຕາມບັນດາຂໍ້ກຳນົດຂອງ ກົດໝາຍວ່າດ້ວຍມະນຸດສະທຳສາກົນ ຊຶ່ງກ່ຽວຂ້ອງເຖິງການປົກປ້ອງສາມັນຊົນ, ພິເສດແມ່ນ ແມ່ຍິງ, ເດັກນ້ອຍ ແລະ ຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ທ່ານ ເອກອັກຄະລັດຖະທູດ ຖືວ່າ ບຸລິມະສິດແຖວໜ້າໃນປັດຈຸບັນແມ່ນ ຢຸດຕິສົງຄາມ, ເລີ່ມດຳເນີນການໂອ້ລົມສົນທະນາ ແລະ ວິວັດທະນາການດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ