ຫວຽດນາມ ສະແດງໃຫ້ເຫັນການພັດທະນາດ້ານອຸດສາຫະກຳປ້ອງກັນຊາດຢູ່ Indo Defence 2018

(VOVWORLD) - ງານຕະຫລາດນັດ ແລະ ການວາງສະແດງກ່ຽວກັບດ້ານປ້ອງກັນຊາດ ອິນໂດເນເຊຍ 2018 (Indo defence 2018) ຄັ້ງທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ຈາກາກຕາ. 
ຫວຽດນາມ ສະແດງໃຫ້ເຫັນການພັດທະນາດ້ານອຸດສາຫະກຳປ້ອງກັນຊາດຢູ່ Indo Defence 2018 - ảnh 1ຮ້ານວາງສະແດງຂອງ ຫວຽດນາມ  (ພາບ: Vietnam+) 

ນີ້ແມ່ນໜຶ່ງໃນບັນດາງານວາງສະແດງລົງເລິກຂະແໜງອຸດສາຫະກຳປ້ອງກັນຊາດໃຫຍ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຖືກ ອິນໂດເນເຊຍ ຈັດຕັ້ງ 2 ປີເທື່ອໜຶ່ງ. ກ່າວຄຳເຫັນໄຂເຫດການ, ທ່ານຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Ryamizard Ryacudu ຢັ້ງຢືນວ່າ Indo defence 2018 ກໍ່ແມ່ນເວທີປາໄສການທູດປ້ອງກັນຊາດ ເພື່ອເຊື່ອມຕໍ່ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນໂລກ ເພື່ອຈຸດປະສົງສັນຕິພາບ.

        ທີ່ເຫດການນີ້, ຫວຽດນາມ ກໍ່ດຳເນີນບັນດາການເຄື່ອນໄຫວ ແນໃສ່ສົ່ງເສີມການຄ້າ, ໂຄສະນາ, ແນະນຳພາບພົດ, ກຳລັງຄວາມສາມາດຂອງອຸດສາຫະກຳປ້ອງກັນຊາດ ແລະ ກອງທັບປະຊາຊົນ ຫວຽດນາມ; ຊອກຫາບັນດາໂອກາດຮ່ວມມືໃນຂົງເຂດຖ່າຍທອດເຕັກໂນໂລຊີ, ຮ່ວມທຸລະຫິດ, ສົ່ງອອກບັນດາຜະລິດຕະພັນການທະຫານ…

ຕອບກັບ

ຂ່າວ/ບົດ​ອື່ນ