ຫວຽດນາມ ສະໜັບ ສະໜູນຕະຫຼາດການບິນ ເຂດເອກະພາບ

ຫວຽດນາມ ສະໜັບ ສະໜູນຕະຫຼາດການບິນ ເຂດເອກະພາບ - ảnh 1
ທ່ານຮອງ​ຫົວໜ້າ​ກົມ​ການບິນ​ຫວຽດນາມ ດິງຫວຽດທັ໋ງ
ເຮັດວຽກກັບອົງການຕ່າງໜ້າການບິນ EU ປະຈຳສິງກະໂປ
(ພາບ: giaothongvantai.com.vn)


(vovworld) - ກອງ​ປະຊຸມ​ສຸດ​ຍອດ​ການບິນ​ຂອງ​ສະຫະພາບ​ເອີ​ລົບ (EU) ​ແລະ ອາ​ຊຽນ ສິ້ນ​ສຸດ​ລົງ​ຢູ່​ສິງກະ​ໂປ ​ໃນ​ວັນ​ທີ 12/02, ພາຍຫຼັງ​ຈັດ​ກອງ​ປະຊຸມມາ​ເປັນ​ເວລາ 2 ວັນ​ໄດ້​​ເຫັນ​ດີ​ຊຸກຍູ້​ວິວັດ​ການ​ເຈລະຈາ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນສັນຍາ​ຂົນສົ່ງ​ສິນຄ້າ​ຮອບດ້ານ​ລະຫວ່າງ EU ​ແລະ ຫວຽດນາມ.

        ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ, ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ບົດບາດ​ສຳຄັນ​ຂອງໂຄງການ​ກໍ່ສ້າງ​ຕະຫຼາດ​ການບິນເປັນ​ເອກະ​ພາບ (SAM) ຂອງ​ອາ​ຊຽນ ​ໂດຍ EU ອຸປະຖຳ. ຖະ​ແຫຼ​ງການ​ຢືນຢັນ​ວ່າ ກອງ​ປະຊຸມ​ໄດ້​ສ້າງ​ພື້ນຖານ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​​ເລື່ອງ​ເຮັດ​ໃຫ້ການ​ເຈລະຈາ​ດ້ານ​ການບິນ​ຍຸດ​ທະ​ສາດ​ລະຫວ່າງ ອາ​ຊຽນ EU ​ເລິກ​ເຊິ​ງກວ່າ ​ແລະ ກຳນົດ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ ​ແລະ ມາດ​ຕະການ​ຈຳ​ເປັນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື. ທີ່ກອງ​ປະຊຸມ, ທ່ານຮອງ​ຫົວໜ້າ​ກົມ​ການບິນ​ຫວຽດນາມ ດິງຫວຽດທັ໋ງ ​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ສະໜັບສະໜູນ​ການ​ປະຕິບັດ​ນະ​ໂຍບາຍ Sam ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢ່າງ​ແຮງ ​ແລະ ມີ​ບັນດາ​ບາດກ້າວ​ທີ່​ເໝາະ​ສົມ ດ້ວຍ​ຂໍ້​ລິ​ເລີ່​ມສ້າງ​ຕັ້ງ​ຕະຫຼາດ​ດັ່ງກ່າວ​ໃນ​ປີ 2015. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຂົ້າ​ຮ່ວມ​ຢ່າງ​​ເລິກ​ເຊິ່ງກ້ວາງ​ຂວາງ​ກວ່າ ເພື່ອ​ສ້າງ​ຕັ້ງ​ຕະຫຼາດ​ການບິນ​ລວມອາ​ຊຽນ​, ກ້າວ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ຮ່ວມ​ອາ​ຊຽນ.

ຂ່າວ/ບົດ​ອື່ນ