ຫວຽດ​ນາມ ສະ​ໜັບ​ສະ​ໜູນ ການ​ປະ​ຕິ​ຮູບ ການ​ເຄື່ອນ​ໄຫວ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

(VOVWORLD) - ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການປະຕິຮູບການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ ມີຄວາມໝາຍສຳຄັນຍິ່ງ ຕໍ່ການປະຕິຮູບ ສປຊ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ ການ​ປະ​ຕິ​ຮູບ ການ​ເຄື່ອນ​ໄຫວ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ - ảnh 1ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: VOV)

ວັນທີ 10 ພະຈິກ, ຢູ່ນະຄອນ ນິວຢອກ, ສະມັດຊາໃຫຍ່ ສປຊ ໄດ້ດຳເນີນການປຶກສາຫາລືກ່ຽວກັບບັນຫາປະຕິຮູບການເຄື່ອນໄຫວຂອງ ສະມັດຊາໃຫຍ່ ພາຍໃຕ້ການເປັນປະທານຂອງທ່ານ Dennis Francis, ປະທານສະມັດຊາໃຫຍ່ ສປຊ ຊຸດທີ 78 ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ ສປຊ. ທີ່ກອງປະຊຸມ, ຫຼາຍປະເທດ ໄດ້ແບ່ງປັນຂໍ້ລິເລີ່ມ, ທັດສະນະກ່ຽວກັບວິທີການເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວຂອງ ສະມັດຊາໃຫຍ່ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການປະຕິຮູບການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ ມີຄວາມໝາຍສຳຄັນຍິ່ງ ຕໍ່ການປະຕິຮູບ ສປຊ. ໃນຂະນະທີ່ ໄດ້ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າ ຫວ່າງມໍ່ໆມານີ້, ຜູ້ຕາງໜ້າ ຫວຽດນາມ ຖືວ່າ ສປຊ ແລະ ບັນດາປະເທດ ຄວນຍູ້ແຮງບັນດາມາດຕະການໃຫ້ຫຼາຍກ່ວາອີກ ເພື່ອໃຫ້ສະມັດຊາໃຫຍ່ ສປຊ ອາດຈະຮັບມືກັບບັນດາສິ່ງທ້າທາຍທີ່ສັບສົນ ແລະ ນັບມື້ນັບເພີ່ມຂຶ້ນ ໃນໂລກ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ