ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ ​ຊຸກ​ຍູ້ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ​ເພື່ອ​ຮັບ​ໃຊ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົນ​ລະ​ເຮືອນ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ

(VOVWORLD) -ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມປຶກສາຫາລືຢູ່ຫຼາຍຫົວຂໍ້ຂອງກອງປະຊຸມ, ພ້ອມກັບບັນດາສະມາຊິກຂອງສະພາຜູ້ວ່າການ ປະກອບສ່ວນເຂົ້າໃນການປະຕິດບັດສຳເລັດບັນດາຮ່າງບົດລາຍງານກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພ ແລະ ການນຳໃຊ້ເຕັກນິກນິວເຄຼຍປີ 2023. 
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ ​ຊຸກ​ຍູ້ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ​ເພື່ອ​ຮັບ​ໃຊ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົນ​ລະ​ເຮືອນ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ກ່າວຄຳເຫັນທີ່ກອງປະຊຸມ

ນັບແຕ່ວັນທີ 6 – 10 ມີນາ ຢູ່ວຽນນາ, ປະເທດ ໂອຕາລິດ, ໄດ້ດຳເນີນກອງປະຊຸມປະຈຳປີສະພາຜູ້ວ່າການ ອົງການພະລັງງານປະລາມານູສາກົນ (IAEA). ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ,ຜູ້ວ່າການ - ຜູ້ຕາງໜ້າຫວຽດນາມ ປະຈຳ IAEA, ເປັນຫົວໜ້າຄະນະ, ນອກຈາກນັ້ນຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າສູນການກະທຳແຫ່ງຊາດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີແລະສິ່ງແວດລ້ອມ (NACCET).

ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມປຶກສາຫາລືຢູ່ຫຼາຍຫົວຂໍ້ຂອງກອງປະຊຸມ, ພ້ອມກັບບັນດາສະມາຊິກຂອງສະພາຜູ້ວ່າການ ປະກອບສ່ວນເຂົ້າໃນການປະຕິດບັດສຳເລັດບັນດາຮ່າງບົດລາຍງານກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພ ແລະ ການນຳໃຊ້ເຕັກນິກນິວເຄຼຍປີ 2023. ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມຂອງ IAEA ໃນການຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີນິວເຄຼຍ ເພື່ອຮັບໃຊ້ບັນດາການເຄື່ອນໄຫວພົນລະເຮືອນເພື່ອເປົ້າໝາຍສັນຕິພາບ; ຢັ້ງຢືນບົດບາດຫຼັກແຫຼ່ງຂອງ IAEA ແລະ ວິທີການສຳຜັດຢ່າງດຸ່ນດ່ຽງ ໃນວຽກງານຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານນິວເຄຼຍ, ພ້ອມທັງຍົກສູງຫຼັກການໂອ້ລົມເຈລະຈາ, ແກ້ໄຂບັນດານການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ