ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດຕັ້ງໜ້າ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ

(VOVWORLD) -ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ຍີ່ປຸ່ນ (29/05 – 02/06), ວັນທີ 25 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕອບສຳພາດຕໍ່ໂທລະພາບ, ສຳນັກຂ່າວສານ, ໜັງສືພິມ ຍີ່ປຸ່ນ ຄື: ໂທລະພາບ NHK, ສຳນັກຂ່າວສານ Kyodo News…
ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດຕັ້ງໜ້າ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍແລກປ່ຽນກ່ຽວກັບທິດທາງ ແລະ ບັນດາມາດຕະການໃຫຍ່ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການພົວພັນແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ. 2 ຝ່າຍຈະແລກປ່ຽນກ່ຽວກັບການສົມທົບກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ບັນດາບັນຫາເຊິ່ງ 2 ຝ່າຍມີຄວາມສົນໃຈ, ເປັນຕົ້ນ ແມ່ນໃນສະພາບການ ຫວຽດນາມ ຈະຮັກສາບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ໃນໄລຍະຈະມາເຖິງ, 2 ປະເທດຈະສືບຕໍ່ທ່າພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ຊຸກຍູ້ການຮ່ວມມື, ນຳການພົວພັນ “ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ” ເຂົ້າໃນໄລຍະພັດທະນາໃໝ່ໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ