ຫວຽດ​ນາມ ສະ​ໜັບ​ສະ​ໜູນ ແລະ ອວຍ​ພອນ ຜູ້ອຳນວຍການໃຫຍ່ WTO ຄົນ​ໃໝ່

(VOVWORLD) -ຫວຽດນາມ ສະໜັບສະໜູນ ແລະ ສະແດງຄວາມຊົມເຊີຍທ່ານນາງ Ngozi Okonjo-Iweala ທີ່ໄດ້ເລືອກຕັ້ງດຳລົງຕຳແໜ່ງ ຜູ້ອຳນວຍການໃຫຍ່ WTO.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ ແລະ ອວຍ​ພອນ  ຜູ້ອຳນວຍການໃຫຍ່ WTO ຄົນ​ໃໝ່ - ảnh 1ທ່ານນາງ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ WTO (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມພິເສດຫວ່າງມໍໍ່ໆມານີ້ຂອງສະມັດຊາໃຫຍ່ອົງການການຄ້າໂລກ (WTO) ກ່ຽວກັບການແຕ່ງຕັ້ງຜູ້ອຳນວນການໃຫຍ່ຄົນໃໝ່, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ, WTO ແລະ ບັນດາອົງການສາກົນ ຢູ່ Geneva ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ສະແດງຄວາມຊົມເຊີຍທ່ານນາງ Ngozi Okonjo-Iweala ທີ່ໄດ້ເລືອກຕັ້ງດຳລົງຕຳແໜ່ງ ຜູ້ອຳນວຍການໃຫຍ່ WTO.

        ທ່ານນາງ ເລທິຕວຽດມາຍ ເນັ້ນໜັກວ່າ ຫວຽດນາມ ຈະຮ່ວມມືຢ່າງແໜ້ນແຟ້ນກັບທ່ານນາງ Okonjo-Iweala  ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານນາງ Okonjo-Iweala ຈະສາມາດນຳພາ WTO ໃນໄລຍະທີ່ມີສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ, ບັນລຸໄດ້ບັນດາຄາດໝາຍຂອງລະບົບການຄ້າຫຼາຍຝ່າຍ, ຮັບໃຊ້ຜົນປະໂຫຍດຂອງບັນດາສະມາຊິກທັງໝົດ.

        ກໍ່ທີ່ວາລະປະຊຸມຂອງສະມັດຊາໃຫຍ່ WTO ເຊິ່ງໄດ້ຈັດຂຶ້ນໃນວັນທີ 15 ກຸມພາ ຜ່ານທາງອອນລາຍ ແລະ ໂດຍກົງທີ່ສຳນັກງານ WTO ຢູ່ Geneva, ບັນດາສະມາຊິກ WTO  ກໍ່ບັນລຸໄດ້ຂໍ້ຕົກລົງທີ່ມີລັກສະນະປະຫວັດສາດ, ແຕ່ງຕັ້ງ ທ່ານນາງ Ngozi Okonjo-Iweala ເປັນຜູ້ອຳນວນການໃຫຍ່ທີ 7 ຂອງ WTO, ອາຍຸການ ນັບແຕ່ວັນທີ 1 ມີນາ ປີ 2021 ຮອດວັນທີ 31 ສິງຫາ ປີ 2025.

 

ຕອບກັບ

ຂ່າວ/ບົດ​ອື່ນ