ຫວຽດນາມ ສະໜັບສະໜູນການ ​ຮັບປະກັນ​ຄວາມ​ຍຸຕິ​ທໍາ​ ​ແມ່ນ​ເສົາ​ຄໍ້າ​​ໃນ​ວິວັດ​ການ​ຂ້າມ​ຜ່ານຢູ່ ຊູ​ດັງ

(VOVWORLD) -ຫວຽດນາມ ໄດ້ສະໜັບສະໜູນຕໍ່ການຮັບປະກັນຄວາມຍຸຕິທໍາ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງວິວັດການຂ້າມຜ່ານຢູ່ ຊູດັງ.
ຫວຽດນາມ ສະໜັບສະໜູນການ ​ຮັບປະກັນ​ຄວາມ​ຍຸຕິ​ທໍາ​ ​ແມ່ນ​ເສົາ​ຄໍ້າ​​ໃນ​ວິວັດ​ການ​ຂ້າມ​ຜ່ານຢູ່ ຊູ​ດັງ - ảnh 1ກອງປະຊຸມອອນລາຍ ກ່ຽວກັບສະພາບການຢູ່ຊູດັງ (ພາບ: UN)

ວັນທີ 10 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດໍາເນີນກອງປະຊຸມອອນລາຍ ກ່ຽວກັບສະພາບການຢູ່ຊູດັງ. ກອງປະຊຸມດັ່ງກ່າວ ມີການເຂົ້າຮ່ວມຂອງ ໄອຍະການ ສານອາຍາສາກົນ (ICC) ແລະ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຂອງ ສປຊ ປະຈໍາຢູ່ຊູດັງ.  ນະທີ່ນີ້, ຫວຽດນາມ ໄດ້ສະໜັບສະໜູນຕໍ່ການຮັບປະກັນຄວາມຍຸຕິທໍາ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງວິວັດການຂ້າມຜ່ານຢູ່ ຊູດັງ.

        ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງລັດຖະບານຂ້າມຜ່ານ ຂອງ ຊູດັງ ໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ ຊູດັງ; ຊົມເຊີຍເລື່ອງໂຮມເຂົ້າກັນຂອງຄະນະໜູນຊ່ວຍຂ້າມຜ່ານ ຂອງ ສປຊ ທີ່ຫາກໍໄດ້ສ້າງຕັ້ງຂຶ້ນຢູ່ຊູດັງ ແລະ ຖືວ່າ ຄະນະດັ່ງກ່າວ ຕ້ອງເຄື່ອນໄຫວບົນເນື້ອໃນຈິດໃຈເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ຊູດັງ ແລະ ມີການປະກອບຄໍາເຫັນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ລັດຖະບານຂ້າມຜ່ານ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ກໍເນັ້ນໜັກເຖິງຄວາມຮັບຜິດຊອບແຖວໜ້າໃນການຮັບປະກັນການປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທໍາສາກົນ, ສະກັດກັ້ນ ແລະ ລົງໂທດບັນດາໂທດກໍາທີ່ຮ້າຍແຮງທີ່ຂຶ້ນກັບປະເທດກ່ຽວຂ້ອງ ແລະ ສະແດງຄວາມຫວັງວ່າ ລັດຖະບານ ຊູດັງ ຈະມີບັນດາມາດຕະການທີ່ເໝາະສົມເພື່ອແກ້ໄຂບັນຫາດັ່ງກ່າວ.

ຟ້າມຮວັນ, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ