ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຕາມ​ທິດ​ຂະ​ຫຍາຍ​ຈຳ​ນວນ​ສະ​ມາ​ຊິກ

(VOVWORLD) - ໃນລະຫວ່າງວັນທີ 16 – 17 ພະຈິກ, ສະມັດຊາໃຫຍ່ ສປຊ ໄດ້ປຶກສາຫາລືກ່ຽວກັບບັນຫາປະຕິຮູບ ສະພາຄວາມໝັ້ນຄົງ ໃນວາລະປະຊຸມປະຈຳປີ ດ້ວຍຫົວຂໍ້ບັນຫາການຕາງໜ້າທີ່ຍຸຕິທຳ ແລະ ເພີ່ມຈຳນວນສະມາຊິກ ສະພາຄວາມໝັ້ນຄົ ສປຊ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຕາມ​ທິດ​ຂະ​ຫຍາຍ​ຈຳ​ນວນ​ສະ​ມາ​ຊິກ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງການສະໜັບສະໜູນເລື່ອງຂະຫຍາຍທັງຈຳນວນສະມາຊິກປະຈຳການ ແລະ ບໍ່ປະຈຳການ, ຮັບປະກັນການຕາງໜ້າທີ່ຍຸຕິທຳໃຫ້ແກ່ບັນດາພາກພື້ນ, ໂດຍສະເພາະແມ່ນສຳລັບກຸ່ມບັນດາປະເທດທີ່ຍັງບໍ່ທັນມີຜູ້ຕາງໜ້າ ຫຼື ມີຜູ້ຕາງໜ້າຈຳນວນໜ້ອຍ ແລະ ບັນດາປະເທດພວມພັດທະນາ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ຕ້ອງໄດ້ຄິດໄລ່ເຖິງບົດບາດ ແລະ ການປະກອບສ່ວນຂອງບັນດາປະເທດ ກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ໃນຂະນະທີ່ພິຈາລະນາຄັດເລືອກສະມາຊິກໃໝ່. ການດຳເນີນລະຫວ່າງລັດຖະບານ ຄວນສຸມໃສ່ບັນດາເປົ້າໝາຍ, ວິໄສທັດຍາວໄກຂອງ ສປຊ ໃນໄລຍະຈະມາເຖິງ ແລະ ການເຈລະຈາຕ້ອງມີຄວາມຈິງໃຈ, ເຄົາລົບເຊິ່ງກັນແລະກັນ, ພະຍາຍາມຊອກຫາຈຸດລວມ ເພື່ອຊຸກຍູ້ການເຈລະຈາ  ມຸ່ງໄປເຖິງການບັນລຸຄວາມສະໜັບສະໜູນຢ່າງກວ້າງຂວາງ ກ່ຽວກັບບັນຫາສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ