ຫວຽດນາມ ສະໜັບສະໜູນການເຈລະຈາລະຫວ່າງລັດຖະບານຊີຣີ ແລະ ຝ່າຍຄ້າຍ

(VOVWORLD) -ວັນທີ 18 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ.

ຫວຽດນາມ ສະໜັບສະໜູນການເຈລະຈາລະຫວ່າງລັດຖະບານຊີຣີ ແລະ ຝ່າຍຄ້າຍ - ảnh 1ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ຊີຣີ 

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັກສາຄວາມໝັ້ນຄົງ, ສະຖຽນລະພາບອັນຍາວນານເພື່ອຮັບໃຊ້ໃຫ້ແກ່ການເຈລະຈາ, ເພີ່ມທະວີບັນດາຄວາມມານະພະຍາຍາມດ້ານການທູດເພື່ອໜູນຊ່ວຍໃຫ້ແກ່ວິວັດທະນາການດ້ານການເມືອງ ແລະ ຮັກສາການຊ່ວຍເຫຼືອໃຫ້ແກ່ຊີຣີ ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍທາງດ້ານເສດຖະກິດ-ສັງຄົມ, ມະນຸດສະທຳ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ