ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດສິດ​ທິ​ມະ​ນຸດ

(VOVWORLD) -   ວັນທີ 17 ຕຸລາ, ຢູ່ນິວຢອກ, ອາເມລິກາ, ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ຊຸດທີ 78 ສະມັດຊາໃຫຍ່ ສປຊ, ໄດ້ໂປມປະຊຸມເພື່ອປຶກສາຫາລືກ່ຽວກັບເນື້ອໃນຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດສິດ​ທິ​ມະ​ນຸດ - ảnh 1ທ່ານເອກອັກຄະລັກຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ໃນວາລະປຶກສາຫາລື, ບັນດາປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງຖະແຫຼງການສາກົນ ກ່ຽວກັບສິດທິມະນຸດ (1948), ຖະແຫຼງການ ແລະ ໂຄງການດຳເນີນງານ ວຽນ (1993), ພ້ອມທັງຢັ້ງຢືນບັນດາຫຼັກການກ່ຽວກັບຄຸນຄ່າທົ່ວໄປ, ລັກສະນະສຳພັນ, ອາໄສຕໍ່ກັນທີ່ບໍ່ອາດຕັດແຍກອອກຈາກກັນໄດ້ຂອງບັນດາສິດທິມະນຸດ.

        ເຂົ້າຮ່ວມວາລະປຶກສາຫາລື, ທ່ານເອກອັກຄະລັກຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການແລກປ່ຽນ, ຮ່ວມມືສາກົນໃນຂົງເຂດສິດທິມະນຸດບົນພື້ນຖານການເຈລະຈາຢ່າງຍຸຕິທຳ, ສ້າງສັນ, ເຄົາລົບ ແລະ ເຂົ້າໃຈເຊິ່ງກັນແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເພື່ອເປົ້າໝາຍລວມແມ່ນ ຊຸກຍູ້ ແລະ ປົກປ້ອງບັນດາສິດທິມະນຸດໃຫ້ນັບມື້ນັບດີກວ່າເກົ່າ. ເລື່ອງ ຫັນບັນຫາສິດທິມະນຸດເປັນການເມືອງ ແລະ ແຊກແຊງເຂົ້າວຽກງານພາຍໃນ ຈະບໍ່ນຳມາເຊິ່ງມາດຕະການແກ້ໄຂທີ່ມີປະສິດທິຜົນ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ