ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເລືອກ​ຕັ້ງ​ແບບ​ເສ​ລີ, ຍຸ​ຕິ​ທຳ ຢູ່ ອີ​ຣັກ

(VOVWORLD) - ວັນທີ 11 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປີດທາງອອນລາຍ ກ່ຽວກັບສະພາບການ ອີີຣັກ ແລະ ການເຄື່ອນໄຫວຂອງຄະນະຜູ້ຕາງໜ້າ ສປຊ ໜູນຊ່ວຍ ອີຣັກ (UNAMI).
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເລືອກ​ຕັ້ງ​ແບບ​ເສ​ລີ, ຍຸ​ຕິ​ທຳ ຢູ່ ອີ​ຣັກ - ảnh 1ກອງປະຊຸມ UNAMI (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ ຈະສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ ອີຣັກ ໃນການກະກຽມການເລືອກຕັ້ງ, ຮັບຮອງເລື່ອງ ອີຣັກ ສະເໜີສະພາຄວາມໝັ້ນຄົງ ໃຫ້ການໜູນຊ່ວຍການຕິດຕາມການເລືອກຕັ້ງ ແລະ ພ້ອມແລ້ວທີ່ຈະປຶກສາຫາລືໃນ ສປຊ ກ່ຽວກັບບັນຫານີ້. ທ່ານເອກອັກຄະລັດຖະທູດຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ ອີຣັກ ກັບບັນດາປະເທດໃນພາກພື້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທັງໝົດ ຈົ່ງເຄົາລົບເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣັກ.

        ກ່ຽວກັບການເຄື່ອນໄຫວຂອງ UNAMI, ຫວຽດນາມ ຕີລາຄາສູງໝາກຜົນຂອງການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຢັ້ງຢືນການສະໜັບສະໜູນຂອງ ຫວຽດນາມ ສຳລັບຄະນະປະຕິບັດງານ ແລະ ບັນດາອົງການຂອງ ສປຊ ໃນການໜູນຊ່ວຍ ອີຣັກ ຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ