ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມຂອງ ILO ໃນການສ້າງໂຄງການດຳເນີນງານກ່ຽວກັບການອົບພະຍົບຢ່າງສະເໝີພາບ

ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມຂອງ ILO ໃນການສ້າງໂຄງການດຳເນີນງານກ່ຽວກັບການອົບພະຍົບຢ່າງສະເໝີພາບ - ảnh 1
ທ່ານນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງ​ຄະ ​
ແລະ ສົງ​ຄົມ​ຫວຽດນາມ ​ຟ້າ​ມທິຫາຍ​ຈວຽນ
(ພາບ: TTXVN)

(vovworld) –  ຫວຽດນາມ ສະໜັບສະໜູນ​ຂໍ້​ລິ​ເລີ່​ມຂອງ ILO ​ໃນ​ການ​ສ້າງ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​​ອົບ​ພະຍົບຢ່າງສະ​ເໝີ​ພາບ, ທ່ານນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງ​ຄະ ​ແລະ ສັງ​ຄົມ​ຫວຽດນາມ ​ຟ້າ​ມທິຫາຍ​ຈວຽນ ໄດ້​ເນັ້ນ​ນັກ​ຄື​ດັ່ງກ່າວ​ໃນ​ບົດ​ທາ​ບທາມ​ຄວາມ​ເຫັນ​ທີ່​ສະ​ເໜີ​ຢູ່​ກອງ​ປະຊຸມ​ສຸດ​ຍອດສະມັດຊາ​ໃຫຍ່​ອົງການ​ແຮງ​ງານ​ສາກົນ (ILO) ຄັ້ງ​ທີ 103 ​ເຊິ່ງດຳ​ເນີນ​ໄປ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ຕໍ່​ໜ້າ​ຜູ້​ແທນ 4000 ທ່ານ​ທີ່​ມາ​ຈາກ 185 ປະ​ເທດ​ສະມາຊິກ, ທ່ານນາງ​ລັດຖະມົນຕີ ຟ້າມທິຫາຍ​ຈວຽນ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ຊຸກຍູ້ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳຢ່າງ​ໝັ້ນຄົງ​​ໃຫ້ຄົນ​ງານ​ອົບ​ພະຍົບ ຍາມ​ໃດ​ກໍ່​ແມ່ນ​ຈຸດໝາຍ​ໃຫ້​ບຸລິມະສິດ​ຂອງ​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ການປັບປຸງ ​ແລະ ​ເພີ່ມ​ທະວີ​ລັກ​ສະນະ​ປະຕິບັດ​ຂອງ​ກົດໝາຍ​ຫວຽດນາມ.

        ຫວຽດນາມ ສະໜັບ​ສະ​ໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ILO ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຄົນ​ງານ. ບົນ​ຈິດ​ໃຈ​ນັ້ນ, ຫວຽດນາມ ​ເດັດ​ດ່ຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ຍຸດ​ຕິບັນດາ​ການກະທຳລ່ວງ​ລ້ຳ ​ແລະ ​ເກາະ​ຜິດ​ໃນ​ເຂດທະ​ເລ​ທີ່ຂຶ້ນກັບ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກຄື​​ໃນປະຈຸ​ບັນ, ບັນດາ​ການ​ກະທຳ​ນັ້ນ​ໄດ້ນາບ​ຂູ່​ຢ່າງ​ຮ້າຍ​ແຮງເຖິງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການເຮັ​ດວຽກ​ຢ່າງ​ປອດ​ໄພ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ລ້ຽງ​ຊີບ​ຂອງ​ຄົນ​ງານ​ຫວຽດນາມ ບົນ​ທະ​ເລ​, ​ໄປ​ຝືນ​ກັບ​ບັນດາ​ມາດຖານ​ແຮງ​ງານ​ສາກົນ ​ແລະ ສົນທິສັນຍາ​ຂອງ ILO ກ່ຽວ​ກັບ​ແຮງ​ງານ​ຢູ່​ທະ​ເລ. ຫວຽດນາມ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ ​ແລະ ປະຊາ​ຄົມ​ສາ​ກົນ ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ຂັດ​ແຍ້​ງຢູ່​ເຂດ​ດັ່ງກ່າວ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະສົມ​ກັບ​ກົດໝາຍ​ສາກົນ ​ເພື່ອ​ປົກ​ປ້​ອງຜົນ​ປະ​ໂຫຍດອັນ​ຊອບ​ທຳ​ໃຫ້​ແກ່ຄົນ​ງານ​ຫວຽດນາມ.

ຂ່າວ/ບົດ​ອື່ນ