ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງບັນດາຝ່າຍໃນການຊຸກຍູ້ວິວັດທະນາການສັນຕິພາບຢູ່ ອາບການິດສະຖານ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ກໍ່ກ່າວປະນາມບັນດາເຫດບຸກໂຈມຕີແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ
ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງບັນດາຝ່າຍໃນການຊຸກຍູ້ວິວັດທະນາການສັນຕິພາບຢູ່ ອາບການິດສະຖານ - ảnh 1(ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ອາບການິດສະຖານ)

ວັນທີ 22 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ອາບການິດສະຖານ ພາຍໃຕ້ການເປັນປະທານຂອງທ່ານນາງ Eva Maria Liimets, ລັດຖະມົນຕີການຕ່າງປະເທດ Estonia, ເຊິ່ງແມ່ນປະເທດເປັນປະທານສະພາຄວາມໝັ້ນຄົງເດືອນມິຖຸນາ 2021.

        ເຂົ້າຮ່ວມກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາບັນດາໝາກຜົນທີ່ບັນລຸໄດ້ຢູ່ ອາບການິດສະຖານ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງບັນລຸໝາກຜົນຢ່າງແທດຈິງຂອງການເຈລະຈາ, ພ້ອມກັນນັ້ນຢືນຢັນການສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ, ຄະນະປະຕິບັດງານຂອງສະຫະປະຊາຊາດຢູ່ ອາບການິດສະຖານ, ບັນດາປະເທດ, ອົງການຈັດຕັ້ງຢູ່ພາກພື້ນ ແລະ ບັນດາຄູ່ຮ່ວມມືສາກົນອື່ນໃນວິວັດທະນາການຊຸກຍູ້ສັນຕິພາບຢູ່ປະເທດນີ້.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ກໍ່ກ່າວປະນາມບັນດາເຫດບຸກໂຈມຕີແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ, ພິເສດແມ່ນພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິການໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຮັບປະກັນການສຳຜັດກັບມະນຸດສະທຳ ແລະ ສາທາລະນະສຸກຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ