ຫວຽດ​ນາມ​ ສະ​ໜັບ​ສະ​ໜູນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ກອບ​ກາ​ນ​ກະ​ທຳ Sendai ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ສ່ຽງ​​ເກີດໄພ​ພິ​ບັດ

(VOVWORLD) - ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການດ້ານການເມືອງທີ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ປະຊາຄົມສາກົນຕໍ່ບັນດາມາດຕະການແກ້ໄຂທີ່ຕ້ອງໄດ້ຮັບການບຸລິມະສິດ.
ຫວຽດ​ນາມ​ ສະ​ໜັບ​ສະ​ໜູນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ກອບ​ກາ​ນ​ກະ​ທຳ Sendai ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ສ່ຽງ​​ເກີດໄພ​ພິ​ບັດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

ໃນລະຫວ່າງວັນທີ 18 ພຶດສະພາ ຫາວັນທີ 31 ພຶດສະພາ, ຢູ່ນິວຢອກ, ອາເມລິກາ, ກອງປະຊຸມຂັ້ນສູງກວດກາກາງສະໄໝ ການປະຕິບັດກອບການກະທຳ Sendai ກ່ຽວກັບການຫຼຸດຜ່ອນຄວາມສ່ຽງເກີດໄພພິບັດ, ດ້ວຍຫົວຂໍ້ “ພ້ອມກັນກະທຳເພື່ອຫຼຸດຜ່ອນຄວາມສ່ຽງເພື່ອອະນາຄົດທີ່ເຂັ້ມແຂງດ້ວຍຕົນເອງ” ພາຍໃຕ້ການເປັນປະທານຂອງທ່ານປະທານສະມັດຊາໃຫຍ່ ສປຊ ຊຸດທີ 77.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການດ້ານການເມືອງທີ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ປະຊາຄົມສາກົນຕໍ່ບັນດາມາດຕະການແກ້ໄຂທີ່ຕ້ອງໄດ້ຮັບການບຸລິມະສິດ ເພື່ອແນໃສ່ຫັນ 4 ບຸລິມະສິດຂອງ ກອບການກະທຳ Sendai ເປັນລະອຽດນັບແຕ່ປັດຈຸບັນຈົດຮອດປີ 2030. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນຈຳນວນບັນດາປະເທດ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພທຳມະຊາດ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນບັນດາຄຳໝັ້ນສັນຍາທົ່ວໂລກເພື່ອຫຼຸດຜ່ອນຄວາມສ່ຽງເກີດໄພພິບັດ. ດ້ວຍທິດນຳທີ່ວ່າ ຫັນປ່ຽນຈາກ “ການຮັບມືທີ່ຕົກຢູ່ໃນທ່າຮັບ” ມາເປັນການ  “ເປັນເຈົ້າການໃນການຮັບມື” ໃນການຄຸ້ມຄອງໄພພິບັດ, ຫວຽດນາມ ໄດ້ໃຫ້ບຸລິມະສິດຜັນຂະຫຍາຍບັນດາມາດຕະການຍົກສູງຄວາມຮັບຮູ້, ເຫັນເປັນກົດໝາຍ, ລະດົມແຫຼ່ງກຳລັງທີ່ມີຢູ່ແລ້ວພາຍໃນປະເທດກໍ່ຄືການໜູນຊ່ວຍ, ສະໜັບສະໜູນຈາກສາກົນຢ່າງສຸດຂີດເພື່ອຍົກສູງຄວາມສາມາດໃນການຮັບມືກັບໄພພິບັດ ແລະ ຮັບປະກັນຄວາມຄືບໜ້າເພື່ອບັນລຸໄດ້ເປົ້າໝາຍຂອງກອບການກະທຳ Sendai

ຕອບກັບ

ຂ່າວ/ບົດ​ອື່ນ