ຫວຽດນາມ ສະໜັບສະໜູນບັນດາປະເທດ ອາບຟຣີກາ ເພີ່ມທະວີບົດບາດໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ການພັດທະນາທົ່ວໂລກ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢ່າງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ: ເພື່ອແກ້ໄຂບັນດາບັນຫາທົ່ວໂລກ, ຕ້ອງມີບົດບາດ, ສຽງເວົ້າຂອງບັນດາປະເທດ ອາບຟຣີກາ.
 
ຫວຽດນາມ ສະໜັບສະໜູນບັນດາປະເທດ ອາບຟຣີກາ ເພີ່ມທະວີບົດບາດໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ການພັດທະນາທົ່ວໂລກ - ảnh 1

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢ່າງ ທີ່ກອງປະຊຸມ

(ພາບ:TTXVN)

ວັນທີ 23 ພຶດສະພາ, ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືເປີດກ່ຽວກັບຫົວຂໍ້ “ເພີ່ມທະວີບົດບາດຂອງ ອາບຟຣີກາ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ພັດທະນາທົ່ວໂລກ” ພາຍໃຕ້ການເປັນປະທານຂອງ ມໍຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງໃນເດືອນພຶດສະພາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢ່າງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ: ເພື່ອແກ້ໄຂບັນດາບັນຫາທົ່ວໂລກ, ຕ້ອງມີບົດບາດ, ສຽງເວົ້າຂອງບັນດາປະເທດ ອາບຟຣີກາ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ຫວຽດນາມ ແມ່ນປະເທດຢຶດໝັ້ນສະໜັບສະໜູນການປະຕິຮູບສະພາຄວາມໝັ້ນຄົງ ສປຊ ຢ່າງຮອບດ້ານ ແລະ ເຊື່ອໝັ້ນວ່າ ຕ້ອງເພີ່ມຈຳນວນທີ່ນັ່ງໃນສະພາຄວາມໝັ້ນຄົງ ເປີດກ້ວາງໃຫ້ແກ່ບັນດາປະເທດ ອາບຟຣີກາ ເພື່ອຮັບປະກັນວ່າ ສຽງເວົ້າຂອງພວກເຂົາຕ້ອງໄດ້ຮັບຟັງ ແລະ ເຄົາລົບ, ພິເສດແມ່ນສຳລັບບັນດາປະເທດກ່ຽວຂ້ອງເຖິງທະວີບນີ້, ກວດກາ ແລະ ຕີລາຄາຮອບດ້ານເພື່ອຍົກສູງປະສິດທິຜົນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງບັນດາຄະນະປະຕິບັດງານ, ພ້ອມນັ້ນ, ຮັບປະກັນການເຄົາລົບອະທິປະໄຕຂອງປະເທດຮອງຮັບ ແລະ ຄວນມີການສຳພັດສັງລວມ, ໃນນັ້ນ, ບັນດາປະເທດ ອາບຟຣີກາ ສວມບົດບາດໃຈກາງ, ພ້ອມທັງໃຫ້ບຸລິມະສິດແກ້ໄຂສາຍເຫດເຖິງກົກເຖິງຮາກ ຂອງການປະທະກັນ ແລະ ສະພາບການດ້ອຍພັດທະນາ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ຫວຽດນາມ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ ອາບຟຣີກາ ຜ່ານຂອບເຂດສອງຝ່າຍ, ຫຼາຍຝ່າຍກໍ່ຄືການຮ່ວມມືສາມຝ່າຍຢ່າງບໍ່ຢຸດຢັ້ງ. ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງສະພາບແວດລ້ອມທີ່ມີສະຖຽນລະພາບເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ ອາບຟຣີກາ.  

ຕອບກັບ

ຂ່າວ/ບົດ​ອື່ນ