ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ

(VOVWORLD) - ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ໄດ້ມານະພະຍາຍາມຈົນສຸດຄວາມສາມາດເພື່ອປັບປຸງລະບົບຫຼາຍຝ່າຍຢູ່ລະດັບພາກພື້ນ ແລະ ທົ່ວໂລກ ເຊິ່ງ ຫວຽດນາມ ເປັນສະມາຊິກ
ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ)

        ວັນທີ 16 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ “ການຮ່ວມມືຫຼາຍຝ່າຍ ເພື່ອຄວາມເປັນລະບຽບຮຽບຮ້ອຍສາກົນທີ່ມີຄວາມຍຸຕິທຳ ແລະ ຍືນຍົງກວ່າ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ໄດ້ມານະພະຍາຍາມຈົນສຸດຄວາມສາມາດເພື່ອປັບປຸງລະບົບຫຼາຍຝ່າຍຢູ່ລະດັບພາກພື້ນ ແລະ ທົ່ວໂລກ ເຊິ່ງ ຫວຽດນາມ ເປັນສະມາຊິກ, ພິເສດແມ່ນຢູ່ ອາຊຽນ ແລະ ສະຫະປະຊາຊາດ. ຫວຽດນາມ ໄດ້ມີບັນດາການປະກອບສ່ວນສຳຄັນໃນການປະຕິບັດຄຳໝັ້ນສັນຍາລວມໃນຂົງເຂດສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ຊຸກຍູ້ສິດທິມະນຸດ, ກ່ອນອື່ນໝົດແມ່ນເພື່ອປະຊາຊົນ, ເພື່ອພ້ອມກັນມຸ່ງໄປເຖິງເລື່ອງ ຊຸກຍູ້ໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມຍຸຕິທຳຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ