ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ວັດທະ​ນາ​ການ​ສ້າງ​ສັນ​ຕິ​ພາບ​ຢ່າງ​ຮ​ອບ​ດ້ານ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 3 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ແລະ ການເຄື່ອນໄຫວຂອງຄະນະໜູນຊ່ວຍຂອງ ສປຊ ປະຈຳ ອາບການິດສະຖານ (UNAMA). ນະທີ່ນີ້, ຫວຽດນາມ ໄດ້ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢ່າງຮອບດ້ານ ໂດຍຊາວ ອາບການິດສະຖານ ເປັນຜູ້ນຳໜ້າ ແລະ ເປັນເຈົ້າ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ວັດທະ​ນາ​ການ​ສ້າງ​ສັນ​ຕິ​ພາບ​ຢ່າງ​ຮ​ອບ​ດ້ານ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ຫວຽດນາມ ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢ່າງຮອບດ້ານຢູ່ ອາບການິດສະຖານ  

ທ່ານ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການສືບຕໍ່ຜັນຂະຫຍາຍມະຕິເລກທີ 2513 ຂອງສະພາຄວາມໝັ້ນຄົງສປຊ, ພິເສດແມ່ນເລີ່ມດຳເນີນການເຈລະຈາສັນຕິພາບໂດຍໄວ, ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາເຫດບຸກໂຈມຕີຂອງກຳລັງຕາລີບານ ແລະ ບັນດາອົງການກໍ່ການຮ້າຍ, ເປັນຕົ້ນແມ່ນບັນດາເຫດບຸກໂຈມຕີເລັ່ງໃສ່ແມ່ຍິງ, ເດັກນອ້ຍ ແລະ ຜູ້ເຂົ້າຮ່ວມວິວັດການສ້າງສັນຕິພາບ, ທ່ານກໍ່ຮຽກຮ້ອງໃຫ້ປັບປຸງສະພາບຄວາມໝັ້ນຄົງ, ຊຸກຍູ້ໃຫ້ສ້າງຄືນໃໝ່, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ແກ້ໄຂສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ຮັບມືກັບໂລກລະບາດ Covid – 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ