ຫວຽດນາມ ສ້າງ 2 ແຜນການໃຫ້ແກ່ການເຕີບໂຕເສດຖະກິດ

(VOVWORLD) -ທາງກະຊວງໄດ້ສ້າງ 2 ແຜນການໃຫ້ແກ່ການເຕີບໂຕເສດຖະກິດ ໂດຍອີງໃສ່ໝາກຜົນທີ່ບັນລຸໄດ້ໃນເດືອນກັນຍາ ປີ 2021 ແລະ ແງ່ຫວັງໃນ 3 ເດືອນທ້າຍປີ.
ຫວຽດນາມ ສ້າງ 2 ແຜນການໃຫ້ແກ່ການເຕີບໂຕເສດຖະກິດ - ảnh 1ການປະຊຸມຂ່າວປະຈຳເດືອນກັນຍາຂອງລັດຖະບານ
(ພາບ VGP)

ຕອນບ່າຍວັນທີ 02 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ເຈິ່ນວັນເຊີນ, ໄດ້ເປັນປະທານການປະຊຸມຂ່າວປະຈຳເດືອນກັນຍາຂອງລັດຖະບານ ປະກາດເນື້ອໃນກອງປະຊຸມປະຈຳເດືອນກັນຍາຂອງລັດຖະບານ.

ທີ່ການປະຊຸມຂ່າວ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເຈິ່ນກວດເຟືອງ ໃຫ້ຮູ້ວ່າ, ທາງກະຊວງໄດ້ສ້າງ 2 ແຜນການໃຫ້ແກ່ການເຕີບໂຕເສດຖະກິດ ໂດຍອີງໃສ່ໝາກຜົນທີ່ບັນລຸໄດ້ໃນເດືອນກັນຍາ ປີ 2021 ແລະ ແງ່ຫວັງໃນ 3 ເດືອນທ້າຍປີ. ຕາມນັ້ນແລ້ວ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 3% ໃຫ້ທັງປີ, ໄຕມາດທີ 4 ປີ 2021 ຕ້ອງບັນລຸລະດັບເຕີບໂຕ 7,06% ຂຶ້ນໄປ ແລະ ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ 3,5% ໃນທັງປີນັ້ນ, ໄຕມາດທີ 4 ຕ້ອງບັນລຸໄດ້ 8,84% ຂຶ້ນໄປ. ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ ໃຫ້ຂໍ້ສັງເກດວ່າ, ເພື່ອບັນລຸລະດັບເຕີບໂຕສູງນັ້ນ, ວິສາຫະກິດຕ້ອງໄດ້ເຄື່ອນໄຫວ ແລະ ຜູ້ອອກແຮງງານກໍ່ໄດ້ຮັບອະນຸຍາດໄປມາ. ສະນັ້ນ, ລັດຖະບານກໍ່ຕ້ອງມີຂໍ້ກຳນົດດ້ານການແພດ ເພື່ອໃຫ້ຜູ້ອອກແຮງງານໄດ້ໄປມາໂດຍປອດໄພ. ພ້ອມກັນນັ້ນ, ການຈໍລະຈອນສິນຄ້າກໍ່ເຄື່ອນໄຫວນັບທັງສົ້ນເຂົ້າ ແລະ ສົ້ນອອກ ຈຶ່ງໜູນຊ່ວຍໃຫ້ແກ່ການເຕີບໂຕໄດ້. ບັນດາເຂດທີ່ຟື້ນຟູ 80% ສະມັດຕະພາບເມື່ອທຽບໃສ່ກ່ອນນີ້ ນີ້ກໍ່ແມ່ນຜົນສຳເລັດທີ່ໃຫຍ່ຫຼວງໃນການຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ