ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ 2023

(VOVWORLD) - ກຸ່ມບໍລິສັດ ເຕັກໂນໂລຢີໂທລະຄົມມະນາຄົມກອງທັບ Viettel ດ້ວຍຜູ້ຕາງໜ້າແມ່ນບໍລິສັດໃຫຍ່ ອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech) ເຂົ້າຮ່ວມງານວາງສະແດງດ້ວຍບົດບາດແມ່ນຮ້ານວາງສະແດງແຫ່ງຊາດ ຫວຽດນາມ.
ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ 2023 - ảnh 1ານພົນໂທ ຟຸ່ງຊີເຕິນ, ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ  ຢ້ຽມຊົມຮ້ານວາງສະແດງຂອງ ກຸ່ມບໍລິສັດ Viettel 

ງານວາງສະແດງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ 2023 (Defense & Security 2023) ພວມດຳເນີນຢູ່ໄທ ໃນລະຫວ່າງວັນທີ 6 – 9 ພະຈິກ. ງານວາງສະແດງປີນີ້ ມີການເຂົ້າຮ່ວມຂອງນັກຜະລິດດ້ານການທະຫານແຖວໜ້າໂລກ ເກືອບ 500 ແຫ່ງທີ່ມາຈາກ 50 ປະເທດ ເຊິ່ງໄດ້ຮັບການຕີລາຄາແມ່ນເຫດການ ການທະຫານສາກົນສຳຄັນຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ນອນໃນ top 15 ປະເທດໃນໂລກ.

ກຸ່ມບໍລິສັດ ເຕັກໂນໂລຢີໂທລະຄົມມະນາຄົມກອງທັບ Viettel ດ້ວຍຜູ້ຕາງໜ້າແມ່ນບໍລິສັດໃຫຍ່ ອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech) ເຂົ້າຮ່ວມງານວາງສະແດງດ້ວຍບົດບາດແມ່ນຮ້ານວາງສະແດງແຫ່ງຊາດ ຫວຽດນາມ. ທ່ານພົນໂທ ຟຸ່ງຊີເຕິນ, ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມງານ ແລະ ໃຫ້ຮູ້ວ່າ:

ເລື່ອງກຸ່ມບໍລິສັດເຕັກໂນໂລຢີໂທລະຄົມມະນາຄົມກອງທັບ Viettel ຕາງໜ້າໃຫ້ແກ່ກອງທັບ ຫວຽດນາມ ເຂົ້າຮ່ວມງານວາງສະແດງສາກົນ ຢູ່ໄທແມ່ນ ເພື່ອແນໃສ່ປະຕິບັດແນວທາງການຕ່າງປະເທດເຊື່ອມໂຍງເຂົ້າກັບສາກົນ, ການຕ່າງປະເທດດ້ານປ້ອງກັນຊາດຢ່າງຕັ້ງໜ້າ, ເປີດກວ້າງ, ມີລວງເລິກ, ເປັນເພື່ອນມິດກັບບັນດາປະເທດເພື່ອສັນຕິພາບຂອງ ຫວຽດນາມ. ກຳລັງແຮງດ້ານປ້ອງກັນຊາດ ຂອງ ຫວຽດນາມ ແມ່ນເພື່ອປົກປັກຮັກສາປະເທດສາດ, ເພື່ອເປົ້າໝາຍສັນຕິພາບ, ສອດຄ່ອງກັບຫົວຂໍ້ຂອງງານວາງສະແດງຄັ້ງນີ້ ແມ່ນ Power of Partnership,  ແມ່ນ ກຳລັງແຮງຂອງບັນດາການເຊື່ອມຕໍ່ຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ