ຫວຽດ​ນາມ ​ສາ​ມາດ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ຫ​າຍ​ດີ ຈຳ​ນວນ 1010 ໃນ​ຈຳ​ນວນ 1094 ຄົນ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 29 ກັນຍາ ຫາເວລາ 6 ໂມງຂອງວັນທີ 30 ກັນຍາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ.
ຫວຽດ​ນາມ ​ສາ​ມາດ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ຫ​າຍ​ດີ ຈຳ​ນວນ 1010 ໃນ​ຈຳ​ນວນ 1094 ຄົນ - ảnh 1ພົນລະເມືອງຫວຽດນາມ ປະຕິບັດສຳເລັດການແຍກຕົວ (ພາບ: TTXVN)

 ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 1094 ຄົນ ແລະ ເປັນມື້ທີ 28 ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ.

        ໃນຈຳນວນຄົນເຈັບທີ່ພວມສືບຕໍ່ປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆນັ້ນ, ປັດຈຸບັນ ມີ 4 ຄົນ ມີຜົນກວດເປັນລົບກັບໄວຣັດ SARS – CoV - 2 ແຕ່ 1 ຫາ 3 ເທື່ອ. ໄລ່ຮອດຈຸດເວລານີ້, ຫວຽດນາມ ບໍ່ມີກໍລະນີເຈັບໜັກ ແລະ ມີຜູ້ຕິດເຊື້ອ ໂຄວິດ- 19 ຈຳນວນ 1010 ຄົນ ໃນຈຳນວນ 1094 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ປັດຈຸບັນ, ບັນດາສະຖານທີ່ເກີດການລະບາດ ລ້ວນແຕ່ໄດ້ຮັບການຄວບຄຸມໂດຍພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ