ຫວຽດນາມ ສາມາດເປັນເຈົ້າການປະຕິບັດ 2 ວິທີວິໄຈຫາເຊື້ອໄວຣັດ SARS-CoV-2

(VOVWORLD) -  ຕອນເຊົ້າວັນທີ 27 ເມສາ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ປຶກສາຫາລືກ່ຽວກັບຍຸດທະສາດວິໄຈຫາເຊື້ອໂຄວິດ-19, ໃນນັ້ນ ຍູ້ແຮງການຜະລິດຢາຊີວະພາບ ເພື່ອທົດແທນໃຫ້ຜະລິດຕະພັນນຳເຂົ້າ. ຜູ້ຕາງໜ້າກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:  ຫວຽດນາມ ພວມນຳໃຊ້ 2 ຊຸດ Kit ວິໄຈຫາເຊື້ອໂຄວິດ-19.
ຫວຽດນາມ ສາມາດເປັນເຈົ້າການປະຕິບັດ 2 ວິທີວິໄຈຫາເຊື້ອໄວຣັດ SARS-CoV-2 - ảnh 1ຫວຽດນາມ ສາມາດເປັນເຈົ້າການປະຕິບັດ 2 ວິທີວິໄຈຫາເຊື້ອໄວຣັດ SARS-CoV-2 (ພາບ:TTXVN)

        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ ຢາຊີວະພາບເພື່ອວິໄຈໄວຂອງ ຫວຽດນາມ ສາມາດທົດແທນໃຫ້ຢາຊີວະພາບຊະນິດຕ່າງໆທີ່ຄ້າຍຄືກັນຂອງຕ່າງປະເທດ. ພິເສດ ເມື່ອຢາຊີວະພາບດັ່ງກ່າວ ໄດ້ຮັບການຢັ້ງຢືນ, ນຳເຂົ້າການຜະລິດທົ່ວໄປ, ຫວຽດນາມ ສາມາດເປັນເຈົ້າການປະຕິບັດທັງ 2 ວິທີການ: PCR ກວດພົບ gen ໄວຣັດ ແລະ ວິໄຈໄວກວດພົບຜູ້ຕິດເຊື້ອໂຄວິດ-19.

        ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳຖືວ່າ: ເຖິງວ່າໃນ 11 ວັນຜ່ານມາ ຫວຽດນາມ ຍັງບໍ່ທັນຜູ້ຕິດເຊື້ອໃນວົງຄະນະຍາດກໍ່ຕາມ ແຕ່ບັນດາກະຊວງ, ຂະແໜງການຄວນອີງໃສ່ຄຳສັ່ງແນະນຳຂອງລັດຖະບານ, ກະຊວງສາທາລະນະສຸກ ເພື່ອສືບຕໍ່ກວດກາ, ຮັບປະກັນຄວາມປອດໄພ, ປ້ອງກັນ, ສະກັດກັ້ນໂລກລະບາດຕາມຂົງເຂດການຄຸ້ມຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ