ຫວຽດນາມ ສຳເລັດໂດຍພື້ນຖານວຽກງານກະກຽມໃຫ້ກອງປະຊຸມ APPF – 26

(VOVWORLD) - ຕອນເຊົ້າວັນທີ 08 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ປະທານເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF) ອາຍຸການ 2017 – 2018
ຫວຽດນາມ ສຳເລັດໂດຍພື້ນຖານວຽກງານກະກຽມໃຫ້ກອງປະຊຸມ APPF – 26  - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມປະຈຳປີຄັ້ງທີ 26

ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສ. ຄາດຄະເນວ່າ ກອງປະຊຸມ APPF-26 ຈະໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ແຕ່ວັນທີ 18 – 21 ມັງກອນ 2018 ດ້ວຍຫົວຂໍ້ວ່າ “ການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ປະດິດຄິດສ້າງ ແລະ ພັດທະນາແບບຍືນຍົງ”. ມາຮອດປະຈຸບັນ, ວຽກງານກະກຽມໄດ້ສຳເລັດໂດຍພື້ນຖານຕາມຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ ຮັບປະກັນຄວາມຕ້ອນຮັບຢ່າງລອບຄອບຖີ່ຖ້ວນ, ສົມກຽດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ກອງປະຊຸມ APPF – 26 ມີຄວາມໝາຍສຳຄັນ. ທີ່ກອງປະຊຸມຄັ້ງນີ້, ລັດຖະສະພາບັນດາປະເທດສະມາຊິກຈະປຶກສາຫາລືກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ ແລະ ພັດທະນາພາກພື້ນເພື່ອສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ, ພັດທະນາແບບຍືນຍົງ ແລະ ກວມລວມ, ມຸ່ງໄປເຖິງການຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີບັນດາອະນຸກຳມະການ ສືບຕໍ່ກວດກາ ແລະ ສຳເລັດບັນດາວຽກງານກະກຽມຢ່າງຮີບດ່ວນ, ຮັບປະກັນຄວາມພ້ອມໃຫ້ກອງປະຊຸມສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ