ຫວຽດ​ນາມ - ສ​.ເກົາຫຼີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄອ​ຍະ​ການ

(VOVWORLD) - ຕອນບ່າຍວັນທີ 15 ເມສາ, ຢູ່ນະຄອນຫຼວງ ເຊີອູນ, ສ.ເກົາຫຼີ, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ມີການພົບປະ ແລະ ເຮັດວຽກກັບອົງການໄອຍະການສູງສຸດ ສ.ເກົາຫຼີ. 
ຫວຽດ​ນາມ - ສ​.ເກົາຫຼີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄອ​ຍະ​ການ - ảnh 1 ການເຮັດວຽກລະຫວ່າງ ອົງການໄອຍະການສອງປະເທດ (ພາບ: TTXVN)

ກ່າວຄຳເຫັນທີ່ນີ້, ທ່ານ ເລມີງຈີ໊ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ, ຫວັງວ່າ ອົງການໄອຍະການ ສ.ເກົາຫຼີ ຈະແບ່ງປັນກັບ ຫວຽດນາມ ບັນດາບົດຮຽນໃນການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການເກັບກູ້ຄືນຊັບສິນຈາກການສໍ້ລາດບັງຫຼວງ ແລະ ການຕ້ານອາດຊະຍາກຳເຕັກໂນໂລຢີສູງ. ກ່ຽວກັບການເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ, ທ່ານ ເລມີງຈີ໊ ໄດ້ສະເໜີໃຫ້ຝ່າຍ ສ.ເກົາຫຼີ ແຕ່ງຕັ້ງນັກຊ່ຽວຊານຈຳນວນໜຶ່ງມາຊ່ວຍເຫຼືອ ຫວຽດນາມ ໃນບັນດາຂົງເຂດດັ່ງກ່າວ. ທ່ານ Moon Moo-il  ຫົວໜ້າອົງການໄອຍະການ ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນ, ຊ່ວຍເຫຼືອ ຫວຽດນາມ ໃນການສ້າງ ແລະ ເຄື່ອນໄຫວສູນສືບສວນວິທະຍາສາດ - ດີຈິຕອນຄືຮູບແບບຂອງ ສ.ເກົາຫຼີ. ທ່ານ Moon Moo-il   ສະເໜີໃຫ້ ຫວຽດນາມ ເຂົ້າຮ່ວມອົງການເກັບກູ້ຄືນຊັບສິນຈາກການສໍ້ລາດບັງຫຼວງ ອາຊີ - ປາຊີຟິກ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນຂອງ ຫວຽດນາມ ແລະ ບັນດາອົງການໄອຍະການຂັ້ນທ້ອງຖິ່ນ ຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ