ຫວຽດນາມ - ອັງກິດ: ເປີດກວ້າງການຮ່ວມມືໃນຂົງເຂດການເຕີບໂຕສີຂຽວ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Iain Frew ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ
ຫວຽດນາມ - ອັງກິດ: ເປີດກວ້າງການຮ່ວມມືໃນຂົງເຂດການເຕີບໂຕສີຂຽວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ຫວຽດນາມ ແລະ ອັງກິດ ຄວນຮັກສາການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດທີ່ເປັນມູນເຊື້ອ, ຄື: ການຄ້າ - ການລົງທຶນ, ການສຶກສາບຳລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ເຊິ່ງ ອັງກິດ ມີທ່າແຮງ ແລະ ສອດຄ່ອງກັບບຸລິມະສິດການພັດທະນາຂອງ ຫວຽດນາມ, ຄື: ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນຂໍ້ສະເໜີຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ການຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ  ແລະ ອຽກລັງເໜືອປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານການຕ່າງປະເທດ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Iain Frew ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ຈັດການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງກິດ (1973 – 2023).

        ສ່ວນທ່ານເອກອັກຄະລັດຖະທູດ Iain Frew ຢືນຢັນວ່າ, ດ້ວຍນະໂຍບາຍມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ລາຊະອານາຈັກ ອັງກິດ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນໃນຫຼາຍຂົງເຂດ, ໃນນັ້ນມີການຫັນປ່ຽນພະລັງງານສີຂຽວແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ