ຫວຽດນາມ - ອັງກິດ ໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ

(VOVWORLD) -2 ຝ່າຍໄດ້ເປັນເອກະພາບຂອບເຂດການຮ່ວມມືດ້ານປ້ອງກັນຊາດຮ່ວມໃນອະນາຄົດ, ໂດຍອີງໃສ່ບັນດາຂົງເຂດທີ່ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ
ຫວຽດນາມ - ອັງກິດ ໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ - ảnh 1ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວາງຊວັນຈຽນ ແລະ ລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດ, ຂຸນນາງ Annabel Godie
(ພາບ: qdnd.vn)

        ລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດ, ຂຸນນາງ Annabel Godie, ພວມຢູ່ຢ້ຽມຢາມ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ (ເດືອຍ ກັນຍາ -1973 - ເດືອນ ກັນຍາ 2023). ໃນການຢ້ຽມຢາມ, ຂຸນນາງ Annabel Godie ໄດ້ພົບປະກັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ ແລະ ເປັນປະທານຮ່ວມການເຈລະຈານະໂຍບາຍດ້ານປ້ອງກັນຊາດ ລາຊະອານາຈັກ ອັງກິດ ແລະ ຫວຽດນາມ. ຢູ່ທີ່ນີ້, 2 ຝ່າຍໄດ້ເປັນເອກະພາບຂອບເຂດການຮ່ວມມືດ້ານປ້ອງກັນຊາດຮ່ວມໃນອະນາຄົດ, ໂດຍອີງໃສ່ບັນດາຂົງເຂດທີ່ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ, ຄື: ການແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງດ້ານພາສາ, ອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງໃນການເດີນທະເລ, ການປ້ອງກັນ ຕ້ານການຄ້າມະນຸດ.

        ເມື່ອໄປຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ, ຂຸນນາງ Annabel Godie ຢືນຢັນວ່າ, ອັງກິດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ດ້ວຍຖານະເປັນປະເທດມີການປະກອບສ່ວນດ້ານກອງທັບໃຫ້ສະຫະປະຊາຊາດ. ນອກນັ້ນ, ຂຸນນາງ Annabel Godie ກໍ່ພົບປະກັບບັນດາຜູ້ຕາງໜ້າຂະແໜງການຢູ່ ຫວຽດນາມ ເພື່ອປຶກສາຫາລືຫຼາຍບັນຫາອື່ນໆ, ໃນນັ້ນ, ມີການຮ່ວມມືປົກປ້ອງແມ່ຍິງໃນການປະທະກັນ ແລະ ຊຸກຍູ້ການແກ້ໄຂບັນດາການປະທະກັນໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ