ຫວຽດ​ນາມ - ອັງ​ໂກ​ລາ: ເພີ່ມ​ທະ​ວີ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື

(VOVWORLD) -ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີການຕ່າງປະເທດສອງປະເທດຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ການພົວພັນດ້ານການເມືອງ - ການທູດ ເລິກເຊິ່ງກ່ວາອີກ, ພ້ອມທັງເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດຕ່າງໆ, ເປັນຕົ້ນແມ່ນການຄ້າ, ການລົງທຶນ, ກະສິກຳ, ສາທາລະນະສຸກ, ການສຶກສາ…
ຫວຽດ​ນາມ - ອັງ​ໂກ​ລາ: ເພີ່ມ​ທະ​ວີ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື - ảnh 1ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໂອ້ລົມທາງໂທລະສັບກັບທ່ານ Tete Antonio ລັດຖະມນຕີກະຊວງການຕ່າງປະເທດ ອັງໂກລາ (ພາບ: congly.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອັງໂກລາ (12 ພະຈິກ 1975 – 12 ພະຈິກ 2020), ຕອນບ່າຍວັນທີ 23 ພະຈິກ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Tete Antonio ລັດຖະມນຕີກະຊວງການຕ່າງປະເທດ ອັງໂກລາ. ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີການຕ່າງປະເທດສອງປະເທດຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ການພົວພັນດ້ານການເມືອງ - ການທູດ ເລິກເຊິ່ງກ່ວາອີກ, ພ້ອມທັງເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດຕ່າງໆ, ເປັນຕົ້ນແມ່ນການຄ້າ, ການລົງທຶນ, ກະສິກຳ, ສາທາລະນະສຸກ, ການສຶກສາ… ກ່ຽວກັບການຮ່ວມມືໃນຂອບເຂດບັນດາເວທີປາໄສຫຼາຍຝ່າຍ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ເປັນຕົ້ນແມ່ນຢູ່ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ