ຫວຽດນາມ - ອົດສຕາລີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ - ອົດສຕາລີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
ພົນ​ເອກ Mark Binskin ​ແລະ ພົນ​ໂທ ​ໂດ້ບ໋າ​ຕິ້
(ພາບ: Vietnamplus.vn)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພົນ​ເອກ Mark Binskin, ຜູ້​ບັນຊາ​ການ​ກຳລັງ​ປ້ອງກັນ​ປະ​ເທດ​ອົດສຕາ​ລີ, ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ພົນ​ໂທ ​ໂດ້ບ໋າ​ຕິ້, ​ເສນາ​ທິ​ການ​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດນຳ​ໜ້າ, ​ໄປ​ໄດ້​​ຢ​້ຽມຢາມ​ສັນຕິພາບ​​ອົດສຕາ​ລີ ​ຢ່າງ​ເປັນ​ທາງ​ການໃນ​ລະຫວ່າງ​ວັນ​ທີ 08 – 12/11. ທີ່​ການ​ພົບ​ປະ, ພົນ​ເອກ Mark Binskin ​ແລະ ພົນ​ໂທ ​ໂດ້ບ໋າ​ຕິ້ ​ໄດ້​ແລກປ່ຽນ​​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​​ໃສ່​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ຂອບ​ເຂດ “ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ” ​ເຊິ່ງ​ໄດ້​ລົງ​ນາມ​ເມື່ອ​ປີ 2010 ລະຫວ່າງ​ຫວຽດນາມ ​ແລະ ອົດສຕາ​ລີ ຢ່າງ​ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບ​ເນື້ອ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຄື ສືບ​ຕໍ່​ຮັກສາ​ບັນດາ​ກົນ​ໄກ​ການ​ເຈລະຈາ ​ແລະ ​ເພີ່ມ​ທະວີ​ການ​ທາບທາມ​ຄວາມ​ເຫັນ​ໃນ​ຂອບ​ເຂດ​ຮ່ວມ​ມື​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ; ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ພົນ​ໂທ ​ໂດ້ບ໋າ​ຕິ້ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົດສຕາ​ລີ ​ໃນ​ຂົງ​ເຂດ​ມະນຸດສະທຳ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມຢູ່​ຫວຽດນາມ, ສະໜັບສະໜູນ​ຫວຽດນາມ​ບົນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ​ກວ່າ​ອີກ, ຜ່ານ​ນັ້ນ, ຊຸກ​ຍູ້​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ ​ແລະ ອົດສຕາ​ລີ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ