ຫວຽດ​ນາມ - ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ກາ​ນ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ນັບ​ມື້​ນັບປະ​ສົບ​ຜົນ​ສຳ​ເລັດ ແລະ ວັດ​ທະ​ນາ​ຖາ​ວອນ

(VOVWORLD) - ຕອນຄ່ຳວັນທີ 31 ມີນາ, ກົງສູນໃຫຍ່ ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດ ພິທີສະເຫຼີມສະຫຼອງ 48 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີຢ່າງສົມກຽດ (1973 - 2021).

ກ່າວຄຳເຫັນທີ່ພິທີ, ທ່ານນາງ Julianne Cowley, ຫົວໜ້າກົງສູນໃຫຍ່ ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ, ໃນຕະຫຼອດໄລຍະ 48 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງ ອົດສະຕາລີ - ຫວຽດນາມ ໄດ້ມີການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ແລະ ປັດຈຸບັນ ພວມພັດທະນາຢ່າງແຮງທີ່ສຸດ, ເຊິ່ງສະແດງໃຫ້ເຫັນຜ່ານການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ສອງປະເທດ ໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ, ການທູດປະຊາຊົນ ແລະ ພິເສດແມ່ນການໜູນຊ່ວຍ, ສະໜັບສະໜູນກັນ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

        ໂດຍຢັ້ງຢຶນບົດບາດ, ທີ່ຕັ້ງສຳຄັນຂອງ ນະຄອນໂຮ່ຈີມິນໃນການພົວພັນກັບອົດສະຕາລີ, ທ່ານນາງ Julianne Cowley ໄດ້ເນັ້ນໜັກວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫຼາຍຢ່າງ ເພື່ອມຸ່ງໄປສູ່ການຊຸກຍູ້ການພົວພັນຮ່ວມມືສອງຝ່າຍທີ່ນັບມື້ນັບປະສົບຜົນສຳເລັດ ແລະ ວັດທະນາຖາວອນ.

        ສ່ວນທ່ານ ເຈິ່ນເຟືອກແອັງ, ຮັກສາການຫົວໜ້າພະແນກພົວພັນຕ່າງປະເທດ ນະຄອນ ໂຮ່ຈີມິນ   ຢັ້ງຢືນວ່າ ການພົວພັນລະຫວ່າງ ນະຄອນໂຮ່ຈີມິນ ແລະ ອົດສະຕາລີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາໃນບັນດາຂົງເຂດຄື: ການຄ້າ, ນະຄອນອັດສະລິຍະ, ການສຶກສາ ແລະ ບຳລຸງສ້າງ, ການເງິນ - ທະນາຄານ, ການພັດທະນາຕົວເມືອງ ອັດສະລິຍະ. ການພັດທະນາການຂະຫຍັນຂັນເຄື່ອນໃນການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ອົດສະຕາລີ ຈະປະກອບສ່ວນເຂົ້າໃນການຫັນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ອົດສະຕາລີ ໄລຍະ 2020 -2023 ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ