ຫວຽດນາມ - ອົດສະຕາລີ ຮ່ວມມືສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ

ຫວຽດນາມ - ອົດສະຕາລີ ຮ່ວມມືສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ - ảnh 1
ຄະນະຜູ້ແທນ ຫວຽດນາມ ປະຖະກະຖາ ຢູ່ Sydney
(ພາບ: Võ Giang/Vietnam+)

(vovworld) - ​ແຕ່​ວັນ​ທີ 3 – 10/3, ຄະນະຜູ້​ແທນ​ສະ​ມາ​ຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ຫວຽດນາມ (ຫຼື VAVA) ​ໂດຍ​ທ່ານ​ປະທານ ຫງວຽນ​ວັນ​ຣິງ ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອົດ​ສະ​ຕາ​ລີ. ຈຸດໝາຍ​ຂອງ​ຄະນະ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່​ກັບ​ບັນດາ​ອົງການ​ກຸສົນ, ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ມະນຸດສະທຳ.​​.​.​ ຢູ່ ອົດ​ສະ​ຕາ​ລີ ​​​ເພື່ອແນ​ໃສ່​ເພີ່ມ​ທະວີ​ການ​ຂົນຂວາຍ​ສາກົນ​ສະໜັບສະໜູນ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ຢູ່ ຫວຽດນາມ, ອົດ​ສະ​ຕາ​ລີ, New Zealand, ອາ​ເມ​ລິ​ກາ ​ແລະ ປະ​ເທ​ດ ອື່ນໆ. ທ່ານ​ປະທານ VAVA ຫງວຽນ​ວັນ​ຣິງ ​​ເນັ້ນ​ໜັກ​ບັນດາ​ຂໍ້​ມູນ​ຂ່າວ​ເຊິ່ງ ຄະນະ​ໄດ້​ໂຄສະນາ​ຈະ​ຊ່ວຍ​ໃຫ້​ລັດຖະບານ ​ແລະ ປະຊາຊົນ ​ອົດ​ສະ​ຕາ​ລີ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊິນ ທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສຸ​ຂະ​ພາບ​ຂອງ​ປະຊາຊົນ ຫວຽດນາມ ກໍ່​ຄື​ສຸຂະພາບ​ຂ​ອງນັກຮົບ​ເກົ່າ ຢູ່​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ ອາ​ເມ​ລິ​ກາ ທີ່​ເຂົ້າ​ຮ່ວມ​ສົງຄາມ ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ