ຫວຽດ​ນາມ - ອົດ​ສະ​ຕາ​ລີ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນ​ດ້ານ​ເສດ​ຖະ​ກິ​ດ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) -ວັນທີ 21 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຫວຽດ​ນາມ - ອົດ​ສະ​ຕາ​ລີ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນ​ດ້ານ​ເສດ​ຖະ​ກິ​ດ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison (ພາບ: VGP)

ນາຍົກລັດຖະມົນຕີສອງທ່ານໄດ້ຢັ້ງຢືນນ້ຳໃຈມິດຕະພາບ, ຄວາມເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນແລະກັນແມ່ນ ກຳລັງໜູນຢ່າງແຮງເພື່ອຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ເລິກເຊິ່ງກ້ວາງຂວາງ, ເຫັນດີເປັນເອກະພາບຈະສືບຕໍໍໍ່ຊຸກຍູ້ການສະໜິດຕິດພັນດ້ານເສດຖະກິດລະຫວ່າງສອງປະເທດ, ສະຫງວນແຫຼ່ງກຳລັງ ແລະ ການໜູນຊ່ວຍຫວຽດນາມ ສຳຜັດກັບແຫຼ່ງວັກຊິນຢ່າງມີປະສິດທິຜົນ ແລະ ມີຄວາມປອດໄພ, ເພີ່ມທະວີການຮ່ວມມືຢູ່ບັນດາກົນໄກ, ເວທີປາໄສໃນພາກພື້ນ ແລະ ສາກົນ

        ການນຳສອງທ່ານໄດ້ຢັ້ງຢືນຄວາມສຳຄັນໃນການເພີ່ມທະວີການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳກໍ່ຄືຂໍ້ກຳນົດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)1982, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ອີງຕາມກົດໝາຍສາກົນ, ໃນນັ້ນມີ UNCLOS 1982,ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມຸ່ງໄປສູ່ການບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ ແລະ ເໝາະສົມກັບກົດໝາຍສາກົນ ລວມມີ UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ