ຫວຽດນາມ - ອິດສະຣາແອັນ ຊອກຫາໂອກາດ ຮ່ວມມືໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິດສະຣາແອັນ (1993 – 2018), ວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່່າ: “ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ - ຂົງເຂດນໍາໜ້າຂອງ ອິດສະຣາແອັນ”. 

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ,  ທ່ານ Yaniv Tessel, ທູດການຄ້າ, ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈໍາ ຫວຽດນາມ, ໃຫ້ຮູ້ວ່າ ກອງປະຊຸມສໍາມະນາ ແມ່ນເພື່ອແນໃສ່ແບ່ງປັນຄວາມຮູ້, ບົດຮຽນ ແລະ ແນະນໍາວິທີແກ້ໄຂຂອງ ອິດສະຣາແອນ ໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ, ຈາກນັ້ນ ສ້າງກາລະໂອກາດຮ່ວມມື, ຖ່າຍທອດເຕັກໂນໂລຢີລະຫວ່າງສອງປະເທດ. ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ພ້ອມກັນຊອກຮູ້ໂດຍລວມ ກ່ຽວກັບເຕັກໂນໂລຢີໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານຂອງ ອິດສະຣາແອນ; ຮັບຟັງບັນດາວິສາຫະກິດ ອິດສະຣາແອັນ ແນະນໍາບັນດາວິທີແກ້ໄຂດີທີ່ສຸດ ໃນຂົງເຂດດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດສອງປະເທດເຂົ້າຮ່ວມກອງປະຊຸມສໍາມະນາ ກໍໄດ້ແລກປ່ຽນສອງຝ່າຍ ແລະຊອກຫາກາລະໂອກາດຮ່ວມມືດໍາເນີນທຸລະກິດນໍາກັນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ