ຫວຽດນາມ - ອີຕາລີ: ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕອນບ່າຍວັນທີ 5 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຫວຽດນາມ ແລະກະຊວງສິ່ງແວດລ້ອມ,  ທີ່ດິນ ແລະ ທະເລ ອີຕາລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ການຮ່ວມມືລະຫວ່າງສອງກະຊວງ.

ຫວຽດນາມ - ອີຕາລີ: ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ - ảnh 1ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງກະຊວງ 

(ພາບ: TTXVN)

ເອກະສານສະບັບດັ່ງກ່າວ ແມ່ນປະຖົມປັດໄຈ ເພື່ອໃຫ້ສອງກະຊວງ ຊຸກຍູ້ການພົວພັນ ເພື່ອແນໃສ່ການເພີ່ມທະວີການຮ່ວມມື ດ້ານເຕັກນິກໃນການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມ, ທີ່ດິນ ແລະ ທະເລ ດ້ວຍບັນດາເນື້ອໃນຄື ການຄຸ້ມຄອງຄວາມສ່ຽງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…. ພາຍຫຼັງພິທີລົງນາມ, ສອງຝ່າຍຈະດຳເນີນການສ້າງແຜນການປະຕິບັດຮ່ວມ ເພື່ອຜັນຂະຫຍາຍການປະຕິບັດ ໂດຍໄວ.

        ທີ່ພິທີລົງນາມ, ທ່ານ ເລກົງແທ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ສະເໜີໃຫ້ ອີຕາລີ ສືບຕໍ່ໜູນຊ່ວຍຫວຽດນາມປະຕິບັດໂຄງການ “ເພີ່ມທະວີລະບົບພະຍາກອນອາກາດ, ກ່າວເຕືອນໄພນ້ຳຖ້ວມຢູ່ຫວຽດນາມ - ໄລຍະ II” ໃຫ້ແກ່ເຂດທາງທິດໃຕ້ພາກກາງ ແລະ ກຳນົດທິດຮັກສາ, ເປີດກວ້າງໝາກຜົນທີ່ບັນລຸໄດ້ ອອກສູ່ບັນດາເຂດຕ່າງໆຂອງຫວຽດນາມ, ພິຈາລະນາໜູນຊ່ວຍຫວຽດນາມສ້າງນະໂຍບາຍ ກ່ຽວກັບການຕີລາຄາຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດຕໍ່ປະຊາຄົມ. ທ່ານ Francesco La Camera, ຫົວໜ້າກົມຮັບຜິດຊອບຂະແໜງການພັດທະນາແບບຍືນຍົງ, ພະລັງງານ ແລະດິນຟ້າອາກາດ, ກະຊວງສິ່ງແວດລ້ອມ, ທີ່ດິນ ແລະ ທະເລ ອີຕາລີ ໃຫ້ຮູ້ວ່າ: ອີຕາລີ ພ້ອມແລ້ວທີ່ຈະຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນບັນດາຂົງເຂດຄື: ການປ່ຽນແປງຂອງດິນຟ້າອາກາດ; ການຄຸ້ມຄອງສິ່ງເສດເຫຼືອ; ສົມທົບກັນ ເພື່ອໃຫ້ບັນດາວິສາຫະກິດອີຕາລີເຂົ້າຮ່ວມການຮ່ວມມືກັບຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ